ກະຊວງການຕ່າງປະເທດຈີນ:ການພົວພັນຈີນ-ຣັດເຊຍໄດ້ເດີນຕາມເສັ້ນທາງໃໝ່ອ່ຽມແຫ່ງການຢູ່ຮ່ວມກັນຢ່າງປອງດອງ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

2023-01-20 11:02:03 cri

ວັນທີ 19 ມັງກອນນີ້, ທ່ານ ວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຕັ້ງຄຳຖາມກ່ຽວກັບການພົວພັນລະຫວ່າງຈີນ ກັບ ຣັດເຊຍ.


ທ່ານ ວ່າງເວີນປິ່ນ ກ່າວວ່າ, ພາຍໃຕ້ການຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ, ການພົວພັນຈີນ-ຣັດເຊຍໄດ້ເດີນຕາມເສັ້ນທາງໃໝ່ທີ່ປະເທດໃຫຍ່ ປະເທດໃກ້ຄຽງ ຢູ່ຮ່ວມກັນຢ່າງປອງດອງ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໂດຍໄດ້ສ້າງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ, ໄດ້ເສີມຂະຫຍາຍບົດບາດທີ່ສຳຄັນເພື່ອຊຸກຍູ້ການປ່ຽນແປງການຄຸ້ມຄອງໂລກ. ໃນປີນີ້, ຈີນຍິນດີຮ່ວມກັບຣັດເຊຍ ເພີ່ມທະວີການແລກປ່ຽນດ້ານຍຸດທະສາດ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ, ປະກອບສ່ວນຫຼາຍກວ່າເກົ່າ ເພື່ອຊຸກຍູ້ການພົວພັນລະຫວ່າງຊາດຫັນເປັນແບບປະຊາທິປະໄຕ, ການສ້າງລະບຽບສາກົນທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ ແລະ ເພື່ອຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.