ເຈົ້າໜ້າທີ່ຂັ້ນສູງອົງການສະຫະປະຊາຊາດ:ຈີນໄດ້ນຳເອົາຂ່າວດີໃຫ້ແກ່ທົ່ວໂລກ

2023-01-21 16:12:54 CRI

    ໃນໄລຍະຈັດກອງປະຊຸມປະຈຳປີ 2023 ຂອງເວທີປຶກສາຫາລືເສດຖະກິດໂລກ, ທ່ານນາງເຣເບຄາ ກຣິນສະປານ ເລຂາທິການໃຫຍ່ສະພາການຄ້າ ແລະການພັດທະນາອົງການສະຫະປະຊາຊາດກ່າວວ່າ, ການພັດທະນາ ແລະ ການເປີດປະຕູສູ່ພາຍນອກຂອງຈີນໄດ້ນຳເອົາຂ່າວດີໃຫ້ແກ່ທົ່ວໂລກ.



    ທ່ານນາງກຣິນສະປານກ່າວເນັ້ນວ່າ, ການຕັດສາຍພົວພັນດ້ານການຄ້າບໍ່ມີຜົນດີຕໍ່ການພັດທະນາຂອງໂລກ, ໂລກຕ້ອງການຈີນ ແລະ ອາເມຣິກາເປັນສ່ວນປະກອບຮ່ວມຂອງລະບົບເສດຖະກິດທົ່ວໂລກ, ນີ້ມີຄວາມສຳຄັນຫຼາຍຕໍ່ບັນດາປະເທດພວມພັດທະນາ. ຂໍ້ລິເລີ່ມ “ໜຶ່ງແລ້ວໜຶ່ງເສັ້ນທາງ” ຂອງຈີນສາມາດຍົກສູງກຳລັງການຜະລິດຂອງປະເທດພວມພັດທະນາ, ມີຜົນດີຕໍ່ປະເທດພວມພັດທະນາໃນຂະບວນການຫັນເປັນອຸດສາຫະກຳ ແລະ ສ້າງໂຄງປະກອບການຜະລິດຫຼາຍຮູບແບບ.


    ທ່ານນາງກຣິນສະປານຍັງກ່າວວ່າ, ໃນປີ 2023, ພວກເຮົາໄດ້ຍິນຂ່າວດີຈຳນວນໜຶ່ງ, ໃນນັ້ນກໍ່ລວມທັງຂ່າວດີກ່ຽວກັບປະເທດຈີນ, ໃນໄລຍະເວທີປຶກສາຫາລືດາໂວສກໍ່ສາມາດຮູ້ສຶກເຖິງໂດຍຕະຫຼອດ.