ອົງການການເງິນສາກົນເຫັນໄປໃນແງ່ດີຕໍ່ອະນາຄົດການພັດທະນາເສດຖະກິດຂອງຈີນ

2023-01-21 16:01:01 cri

 

ຫວ່າງບໍ່ດົນມານີ້, ທ່ານເລສລີ ມັສໂດບ ຮອງຜູ້ວ່າການທະນາຄານການພັດທະນາໃໝ່ຂອງປະເທດBRICSໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼືCMGວ່າ: ພາຍຫຼັງຈີນໄດ້ຜ່ອນຜັນມາດຕະການປ້ອງກັນພະຍາດໂຄວິດ-19 ແລ້ວ, ອົງການການເງິນສາກົນເຫັນໄປໃນແງ່ດີໂດຍທົ່ວໄປຕໍ່ອະນາຄົດການພັດທະນາເສດຖະກິດຂອງຈີນ.

 

ທ່ານມັສໂດບກ່າວວ່າ: ສາເຫດຕົ້ນຕໍທີ່ອົງການການເງິນສາກົນເຫັນໄປໃນແງ່ດີຕໍ່ການພັດທະນາເສດຖະກິດຂອງຈີນໃນປີ 2023 ແມ່ນ: ການຟື້ນຕົວຂອງການບໍລິໂພກຈີນຈະກາຍເປັນກຳລັງຊຸກຍູ້ທີ່ສຳຄັນດ້ານການພັດທະນາເສດຖະກິດຈີນ, ຈີນຈະສືບຕໍ່ເສີມຂະຫຍາຍບົດບາດສຳຄັນໃນການເຕີບໂຕຂອງເສດຖະກິດໂລກ.