ງານລາຕີສະຫຼອງບຸນກຸດຈີນປີ 2023 ຂອງ CMG ເຂົ້າເຖິງຜູ້ຊົມ 11 ຕື້ເທື່ອຄົນ

2023-01-23 15:03:16 CRI


ງານລາຕີສະຫຼອງບຸນກຸດຈີນປີ 2023 ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ນຳສະເໜີງານມະໂຫລານດ້ານວັດທະນະທຳອັນຄຶກຄື້ນມ່ວນຊື່ນໃຫ້ແກ່ຊາວຈີນໃນທົ່ວໂລກ. ນັບມາຮອດເວລາ 2 ໂມງຂອງວັນທີ 22 ມັງກອນນີ້, ງານລາຕີຄັ້ງນີ້ໄດ້ເຂົ້າເຖິງຜູ້ຊົມ 11 ຕື້ 11 ລ້ານເທື່ອຄົນຜ່ານທາງສັບພະສື່, ໃນນັ້ນ, ຜູ້ຊົມທີ່ມີອາຍຸລະຫວ່າງ 14 – 44 ປີກວມເອົາ 50,51%, ຂະໜາດການຖ່າຍທອດສົດຜ່ານສື່ໃໝ່ ແລະ ປະລິມານເຜີຍແຜ່ຢູ່ຕ່າງປະເທດລ້ວນແຕ່ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.


ສຳນັກຂ່າວວິດີໂອສາກົນຂອງ CMG ໄດ້ລາຍງານຂ່າວກ່ຽວກັບງານລາຕີສະຫຼອງບຸນກຸດຈີນ 46 ຂ່າວ, ມີສະຖານີໂທລະພາບ ແລະສື່ໃໝ່ 231 ແຫ່ງຈາກ 56 ປະເທດ ແລະເຂດແຄວ້ນ ເຊັ່ນ: CNN ແລະ ABC ຂອງອາເມຣິກາ, BBC ຂອງອັງກິດ, ຊ່ອງ 24 ຂອງຝຣັ່ງ, ໂທລະພາບຊ່ອງ 1 ຂອງເຢຍລະມັນ, ບໍລິສັດວິທະຍຸໂທລະພາບອີຕາລີ, CTV ທີ່ເປັນເຄືອຂ່າຍໂທລະພາບທຸລະກິດໃຫຍ່ທີ່ສຸດຂອງການາດາ, NHK ຂອງຍີ່ປຸ່ນ, ບໍລິສັດວິທະຍຸໂທລະພາບແຫ່ງຊາດຣັດເຊຍ, ABC ຂອງອົສຕຣາລີ, ບໍລິສັດວິທະຍຸກະຈາຍສຽງອາຟຣິກາໃຕ້, ໂທລະພາບຮອບໂລກບຣາຊິນ ແລະອື່ນໆໄດ້ນຳໃຊ້ ແລະເຜີຍແຜ່ຂ່າວຂອງ CMG ທັງໝົດ 838 ເທື່ອ.