ງົບປະມານດ້ານການຄົ້ນຄວ້າພັດທະນາຂອງຈີນໃນປີ 2022 ຫຼາຍກວ່າ 3.000 ຕື້ຢວນ

2023-01-23 14:36:58 CRI


ຫວ່າງກ່ອນນີ້ບໍ່ດົນ, ອົງການສະຖິຕິແຫ່ງຊາດຈີນໄດ້ເຜີຍແຜ່ຂໍ້ມູນໂດຍສະແດງໃຫ້ເຫັນວ່າ, ປີ 2022, ງົບປະມານດ້ານການຄົ້ນຄວ້າ ແລະ ທົດລອງພັດທະນາໃນທົ່ວສັງຄົມຈີນໄດ້ຮັກສາການເຕີບໂຕຫຼາຍກວ່າ 10%, ຍອດມູນຄ່າງົບປະມານຫຼາຍກວ່າ 3.000 ຕືິ້ຢວນ; ອັດຕາສົມທຽບລະຫວ່າງ ງົບປະມານດ້ານການຄົ້ນຄວ້າພັດທະນາ ກັບ GDP ໄດ້ເພີ່ມຂຶ້ນອ່າວໄວ, ມີເຖິງ 2,55%.


    ຕາມຂ່າວແຈ້ງວ່າ, ປີ 2022, ວິສາຫະກິດຈີນໄດ້ເພີ່ມງົບປະມານດ້ານການຄົ້ນຄວ້າພັດທະນາຢ່າງຕໍ່ເນື່ອງ, ໄດ້ປັບປຸງກົນໄກໃຫ້ລາງວັນ ແລະ ກະຕຸກຊຸກຍູ້ທາງດ້ານວິທະຍາສາດເຕັກໂນໂລຊີໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ກະຕຸກຊຸກຍູ້ພະລັງຊີວິດດ້ານການປະດິດສ້າງໃໝ່ຂອງວິສາຫະກິດຕ່າງໆຢ່າງມີປະສິດທິຜົນ, ແລະໄດ້ຊຸກຍູ້ໃຫ້ຍອດມູນຄ່າງົບປະມານດ້ານການຄົ້ນຄວ້າພັດທະນາຂອງທົ່ວສັງຄົມກ້າວຂຶ້ນສູ່ລະດັບໃໝ່, ພ້ອມທັງໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຍົກລະດັບຄວາມສາມາດການປະດິດສ້າງໃໝ່ຂອງຈີນຢ່າງບໍ່ຢຸດຢັ້ງ.