ປະທານາທິບໍດີອູແກຣນລົງນາມໃນລັດຖະດຳລັດກ່ຽວກັບລັດຖະກອນໄປຕ່າງປະເທດ

2023-01-24 11:16:07 CRI

     ວັນທີ 23 ມັງກອນນີ້, ໃນເວລາກ່າວຄຳປາໄສທາງວີດີໂອ, ທ່ານໂວໂລດີເມຍ ເຊລຽນສະກີ ປະທານາທິບໍດີອູແກຣນກ່າວວ່າ, ທ່ານໄດ້ລົງນາມໃນລັດຖະດຳລັດຕ່າງໆກ່ຽວກັບລັດຖະກອນໄປຕ່າງປະເທດ ພ້ອມທັງການແຕ່ງຕັ້ງ ແລະ ປິດຕຳແໜ່ງຂອງເຈົ້າໜ້າທີ່ລັດຖະບານ. ໃນນັ້ນລວມທັງ ຫ້າມບໍ່ໃຫ້ລັດຖະກອນ ແລະ ສະມາຊິກລັດຖະສະພາໄປຕ່າງປະເທດດ້ວຍຂໍ້ອ້າງການພັກຜ່ອນ ຫຼື ເປົ້າໝາຍທີ່ບໍ່ກ່ຽວພັນກັບວຽກງານແຫ່ງລັດ, ພາກສ່ວນຂອງລັດຖະບານຄວນຈັດວາງຂໍ້ກຳນົດພາຍໃນມື້ລັດຖະການ5 ມື້ ເພື່ອຮັບປະກັນບຸກຄົນທີ່ກ່ຽວຂ້ອງໄປຕ່າງປະເທດພຽງແຕ່ຍ້ອນວຽກງານແຫ່ງລັດເທົ່ານັ້ນ.


 

     ນອກນີ້, ອູແກຣນຍັງປະກາດວ່າຈະລົງໂທດຕໍ່ພົນລະເມືອງຣັັດເຊຍ 22 ຄົນທີ່ຖືກກ່າວຟ້ອງສະໜັບສະໜູນການເຄື່ອນໄຫວແບບກໍ່ການຮ້າຍ.