ປະທານາທິບໍດີອາກຊັງຕິນຮຽກຮ້ອງໃຫ້ອາເມຣິກາຍຸດຕິການລົງໂທດຕໍ່ກູບາ ແລະ ປະເທດອາເມຣິກາລາຕິນອື່ນໆ

2023-01-25 11:45:52 CRI

     ວັນທີ 24 ມັງກອນນີ້, ກອງປະຊຸມສຸດຍອດປະຊາຄົມປະເທດອາເມຣິກາລາຕິນ ແລະ ກາຣາອິບຄັ້ງທີ 7 ໄດ້ຈັດຂຶ້ນຢູ່ບູນົສໄອເຣັດສ໌ ນະຄອນຫຼວງອາກຊັງຕິນ. ທ່ານອາວເບີໂຕ ເຟີນານເດັສ ປະທານາທິບໍດີອາກຊັງຕິນ ເຊິ່ງເປັນປະເທດປະທານໝູນວຽນຂອງປະຊາຄົມປະເທດອາເມຣິກາລາຕິນ ແລະ ກາຣາອິບຮຽກຮ້ອງໃຫ້ປະເທດສະມາຊິກຕ່າງໆພ້ອມກັນປົກປັກຮັກສາຜົນປະໂຫຍດຂອງຕົນ ແລະ ຮຽກຮ້ອງໃຫ້ອາເມຣິກາຍຸດຕິການອັດຕັນ ແລະ ການລົງໂທດຕໍ່ປະເທດອາເມຣິກາລາຕິນສ່ວນໜຶ່ງໂດຍໄວ.



    ທ່ານເຟີນານເດັສກ່າວເນັ້ນໜັກວ່າ, ອາເມຣິກາອັດຕັນ ແລະ ລົງໂທດຕໍ່ກູບາ, ເວເນຊູເອລາ ແລະ ປະເທດອາເມຣິກາລາຕິນອື່ນໆນັ້ນແມ່ນບໍ່ຊອບທຳ ແລະ ອະໄພໂທດບໍ່ໄດ້.


    ນອກນີ້, ທ່ານເຟີນານເດັສຍັງຮຽກຮ້ອງໃຫ້ປະເທດສະມາຊິກພ້ອມກັນໂຈມ
ຕີອິດທິກຳລັງຫົວຮຸນແຮງທາງການເມືອງທີ່ສ້າງຄວາມຮ້າຍຕໍ່ຜົນປະໂຫຍດສາທາລະນະ ແລະ ຄວາມສະຫງົບທາງສັງຄົມໃນພາກພື້ນ, ພະຍາຍາມຊຸກຍູ້ພາກພື້ນໃຫ້ເຊື່ອມໂຍງເຂົ້າກັນໂດຍໄວ.