ເຢຍລະມັນສະໜອງລົດຕັງ“ເສືອດາວ2”ໃຫ້ອູແກຣນແມ່ນອັນຕະລາຍທີ່ສຸດ

2023-01-26 15:23:39 cri


ວັນທີ25ມັງກອນນີ້,ທ່ານເຊີເກ ເນຊາເຢັຟ ເອກອັກຄະລັດຖະທູດຣັດເຊຍປະຈຳເຢຍລະມັນກ່າວວ່າ: ລັດຖະບານເຢຍລະມັນໄດ້ອະນຸຍາດສະໜອງລົດຕັງສູ້ຮົບ“ເສືອດາວ2”ໃຫ້ອູແກຣນ, ການຕົກລົງທີ່ອັນຕະລາຍທີ່ສຸດນີ້ຈະເຮັດໃຫ້ການປະທະກັນຮຸນແຮງຂຶ້ນ,ທັງຂັດແຍ້ງກັບຖະແຫຼງການຂອງນັກການເມືອງເຢຍລະມັນທີ່ກ່າວວ່າເຢຍລະມັນບໍ່ຢາກຖືກມ້ວນເຂົ້າໃນການປະທະກັນ. ເຢຍລະມັນຄືກັນກັບພັນທະມິດທີ່ສະໜິດແໜ້ນຂອງຕົນ ໂດຍບໍ່ສົນໃຈຕໍ່ແຜນການແກ້ໄຂວິກິດການອູແກຣນທາງການທູດ,ຕັດສິນໃຈເຮັດໃຫ້ການປະທະກັນຮຸນແຮງຂຶ້ນຢ່າງຕໍ່ເນື່ອງ, ທັງຈະສະໜອງອາວຸດນັບມື້ນັບຫຼາຍໃຫ້ອູແກຣນຢ່າງບໍ່ມີການຈຳກັດ.


ທ່ານກ່າວຕື່ມວ່າ: ການຕົກລົງດັ່ງກ່າວຂອງເຢຍລະມັນ ໄດ້ທຳລາຍຄວາມໄວ້ເນື້ອເຊື່ອໃຈກັນທີ່ເຫຼືອບໍ່ເທົ່າໃດລະຫວ່າງຣັດເຊຍກັບເຢຍລະມັນ,ໄດ້ສ້າງຜົນຮ້າຍທີ່ກອບກູ້ຄືນບໍ່ໄດ້ຕໍ່ການພົວພັນລະຫວ່າງຣັດເຊຍກັບເຢຍລະມັນທີ່ຂີ້ຮ້າຍແລ້ວນັ້ນ.