ບໍລິສັດໄປສະນີແຫ່ງຊາດອັງກິດເສຍຫາຍຫຼາຍກວ່າ 200 ລ້ານປອນຍ້ອນການນັດຢຸດງານ

2023-01-27 11:42:05 CRI

    “ໜັງສືພິມຟາຍແນນໂຊແທມ” ອັງກິດສະບັບວັນທີ 26 ມັງກອນລາຍງານວ່າ, ໃນເວລາ 9 ເດືອນນັບມາຮອດເດືອນທັນວາປີ 2022, ພະນັກງານນັດຢຸດງານໄດ້ສ້າງຄວາມເສຍຫາຍໃຫ້ແກ່ບໍລິສັດໄປສະນີແຫ່ງຊາດອັງກິດຈຳນວນ 295 ລ້ານປອນ໌. ນອກນີ້,ສະພາບແວດລ້ອມດ້ານເສດຖະກິດທີ່ນັບມື້ນັບຮ້າຍແຮງຂອງອັງກິດໄດ້ໂຈມຕີກຳໄລຂອງບໍລິສັດແຫ່ງນີ້ຕື່ມອີກ.


 

    ຍ້ອນວ່າຜູ້ປະຕິບັດງານອັງກິດບໍ່ພໍໃຈຕໍ່ຈັງຫວະເຕີບໂຕຂອງເງິນເດືອນໄລ່ບໍ່ທັນລະດັບໄພເງິນເຟີ້ອັນຮ້າຍແຮງ, ການນັດຢຸດງານຢູ່ແຫ່ງຕ່າງໆຂອງອັງກິດໄດ້ເພີ່ມຂຶ້ນເປັນເທົ່າໆ. ຂົງເຂດຕ່າງໆ ເຊັ່ນ: ການປິ່ນປົວພະຍາດ, ທາງລົດໄຟ,

ການບິນພົນລະເຮືອນ ແລະ ໄປສະນີເປັນຕົ້ນພາກັນຕົກຢູ່ໃນສະພາບຍຸດຕິການບໍລິການ.