ບົດລາຍງານສປຊຄາດວ່າ:ເສດຖະກິດຈີນຈະຊັກນຳການພັດທະນາເສດຖະກິດໃນພາກພື້ນໃນປີ 2023

2023-01-27 11:46:40 CRI

    ວັນທີ 25 ມັງກອນນີ້, ອົງການສະຫະປະຊາຊາດໄດ້ປະກາດບົດລາຍງານ “ສະຖານະການ ແລະ ການຈ້ອງມອງເສດຖະກິດໂລກໃນປີ 2023” ໂດຍຄາດຄະເນວ່າ: ຈັງຫວະເຕີບໂຕທາງເສດຖະກິດຂອງໂລກໃນປີ 2023 ຈະຫຼຸດລົງຈາກ 3% ໃນປີ 2022 ລົງເປັນ 1,9%, ເສດຖະກິດຈີນຈະຊັກນຳການພັດທະນາເສດຖະກິດໃນພາກພື້ນ.



    ບົດລາຍງານຄາດວ່າ, ຈັງຫວະເຕີບໂຕທາງເສດຖະກິດຂອງຈີນໃນປີ 2023 ຈະໄວຂຶ້ນ. ຄຽງຄູ່ກັບລັດຖະບານຈີນປັບປຸງນະໂຍບາຍປ້ອງກັນພະຍາດໂຄວິດ-19 ໃຫ້ດີຂຶ້ນ ແລະ ໃຊ້ມາດຕະການທີ່ມີຜົນດີຕໍ່ເສດຖະກິດ, ໃນໄລຍະໜຶ່ງຕໍ່ໜ້າ,ຄວາມຕ້ອງການບໍລິໂພກພາຍໃນປະເທດຈີນກໍ່ຈະເພີ່ມຫຼາຍຂຶ້ນ, ຈັງຫວະເຕີບໂຕທາງເສດຖະກິດຂອງຈີນໃນປີນີ້ຈະບັນລຸເຖິງ 4,8%.


    ບົດລາຍງານລະບຸຕື່ມວ່າ, ພາຍໃຕ້ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ວິກິດການອູແກຣນ ແລະ ລະດັບເງິນເຟີ້ຍົກສູງຂຶ້ນ, ເສດຖະກິດໂລກໃນປີ 2022 ໄດ້ຖືກທຳລາຍຢ່າງຮ້າຍແຮງ ແລະ ຈະສືບຕໍ່ປະສົບແຮງກົດດັນໃນປີ 2023, ຄາດວ່າເສດຖະກິດຂອງສະຫະພາບເອີລົບໃນປີ 2023 ຈະເຕີບໂຕ 0,2%, ສ່ວນອາເມຣິກາແມ່ນ 0,4%, ຍີ່ປຸ່ນແມ່ນ 1,5%.