ມີນັກທ່ອງທ່ຽວຈີນ 308 ລ້ານເທື່ອຄົນໄປທ່ຽວພາຍໃນປະເທດໃນໄລຍະພັກບຸນກຸດຈີນປີນີ້

2023-01-28 11:02:13 CRI

ຕາມການຄາດຄະເນຈາກສູນຂໍ້ມູນກະຊວງວັດທະນະທຳແລະທ່ອງທ່ຽວຈີນສະແດງໃຫ້ເຫັນວ່າ, ມີນັກທ່ອງທ່ຽວຈີນ 308 ລ້ານເທື່ອຄົນໄປທ່ຽວພາຍໃນປະເທດໃນໄລຍະພັກບຸນກຸດຈີນປີນີ້, ເພີ່ມຂຶ້ນ 23,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໄດ້ຟື້ນຟູຂຶ້ນຮອດ 88,6% ຂອງໄລຍະດຽວກັນປີ 2019. ສ້າງລາຍໄດ້ດ້ານການທ່ອງທ່ຽວພາຍໃນປະເທດບັນລຸ 375,843 ຕື້ຢວນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໄດ້ຟື້ນຟູຂຶ້ນຮອດ 73,1% ຂອງໄລຍະດຽວກັນປີ 2019. ຕະຫຼາດວັດທະນະທຳແລະທ່ອງທ່ຽວໃນໄລຍະພັກບຸນກຸດຈີນໄດ້ຮັກສາຄວາມເປັນລະບຽບແລະປອດໄພໂດຍລວມ.


ໃນໄລຍະພັກບຸນກຸດຈີນປີນີ້, ຕະຫຼາດການທ່ອງທ່ຽວທົ່ວປະເທດຈີນປາກົດມີລັກສະນະພິເສດດັ່ງຕໍ່ໄປນີ້: ໜຶ່ງ, ມີການສະໜອງຜະລິດຕະພັນວັດທະນະທຳແລະທ່ອງທ່ຽວທີ່ອຸດົມສົມບູນ; ສອງ, ມາດຕະການສ້າງຜົນປະໂຫຍດດ້ານຕ່າງໆໃຫ້ແກ່ປະຊາຊົນໄດ້ຊຸກຍູ້ການບໍລິໂພກດ້ານວັດທະນະທຳແລະທ່ອງທ່ຽວຟື້ນຕົວຄືນ; ສາມ, ກິດຈະກຳດ້ານວັດທະນະທຳແລະທ່ອງທ່ຽວໄດ້ສ້າງບັນຍາກາດຕ້ອນຮັບບຸນກຸດຈີນທີ່ເຂັ້ມຂຸ້ນ ແລະ ສີ່, ການບໍລິໂພກດ້ານວັດທະນະທຳແລະທ່ອງທ່ຽວໃນຍາມກາງຄືນໄດ້ກາຍເປັນຈຸດເດັ່ນໃໝ່ຂອງຕະຫຼາດ.