ປະທານາທິບໍດີຣັດເຊຍອະນຸມັດໃຫ້ຣັດເຊຍ ແລະ ເບລາຣຸດຊີເຊັນສັນຍາຮັບຮອງວີຊາເຊິ່ງກັນແລະກັນ

2023-01-28 16:03:18 cri


ວັນທີ 27 ມັງກອນ 2023, ທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍອະນຸມັດ ໃຫ້ຣັດເຊຍ ແລະ ເບລາຣຸດຊີເຊັນສັນຍາຮັບຮອງວີຊາເຊິ່ງກັນແລະກັນ.

ອີງຕາມຂໍ້ກຳນົດຂອງສັນຍາດັ່ງກ່າວ, ຄົນຕ່າງປະເທດຫຼືບຸກຄົນທີ່ບໍ່ມີສັນຊາດໄດ້ຮັບວີຊາຂອງຣັດເຊຍ ຫຼື ເບລາຣຸດຊີແລ້ວ, ສາມາດເຂົ້າດິນແດນອີກປະເທດໜຶ່ງໃນສອງປະເທດດັ່ງກ່າວໄດ້ໂດຍບໍ່ຕ້ອງຂໍວີຊາໃໝ່.