ຍອດມູນຄ່າຂາເຂົ້າ-ຂາອອກໃນປີ 2022 ຂອງມາເລເຊຍໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ

2023-01-28 10:59:16 CRI

ອົງການພັດທະນາການຄ້າກັບຕ່າງປະເທດມາເລເຊຍໄດ້ເປີດເຜີຍຕົວເລກຂໍ້ມູນໃນວັນທີ 26 ມັງກອນນີ້ໂດຍສະແດງໃຫ້ເຫັນວ່າ: ຍອດມູນຄ່າຂາເຂົ້າ-ຂາອອກໃນປີ 2022 ຂອງມາເລເຊຍມີຫຼາຍກວ່າ 2.800 ຕື້ຣິງກິດ ( ເທົ່າກັບປະມານ 660 ຕື້ໂດລາສະຫະລັດ), ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.


ຂ່າວສານມາເລເຊຍລາຍງານວ່າ, ຍອດມູນຄ່າສົ່ງອອກໃນປີ 2022 ຂອງມາເລເຊຍມີຫຼາຍກວ່າ 1.500 ຕື້ຣິງກິດເປັນຄັ້ງທຳອິດ, ໄດ້ບັນລຸເປົ້າໝາຍໃນ “ແຜນການມາເລເຊຍຄັ້ງທີ 12” ກ່ອນເວລາກຳນົດ 3 ປີ; ຍອດມູນຄ່ານຳເຂົ້າມີເກືອບ 1.300 ຕື້ຣິງກິດ, ມີຫຼາຍກວ່າ 1.000 ຕື້ຣິງກິດເປັນຄັ້ງທຳອິດ.


ເຈົ້າໜ້າທີ່ອົງການພັດທະນາການຄ້າກັບຕ່າງປະເທດຂອງມາເລເຊຍກ່າວວ່າ: ມາເລເຊຍຈະສືບຕໍ່ຊຸກຍູ້ການຄ້າຂາເຂົ້າ-ຂາອອກ ພາຍໃຕ້ 3 ແຜນການໃຫຍ່ ຄື: “ການຫັນເປັນດີຈີຕອນ”, “ການພັດທະນາແບບຍືນຍົງ” ແລະ “ແຜນຜັງການຄ້າແຫ່ງຊາດ”.