ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມນັກຂ່າວກ່ຽວກັບສະຖານະການປາເລັສຕິນ-ອິດສະຣາແອນເຄັ່ງຕຶງຂຶ້ນ

2023-01-29 15:35:27 CRI


ວັນທີ 29 ມັງກອນນີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມ ນັກຂ່າວ ກ່ຽວກັບສະຖານະການປາເລັສຕິນ-ອິດສະຣາແອນເຄັ່ງຕຶງຂຶ້ນ.

 

ໂຄສົກທ່ານນີ້ກ່າວວ່າ, ຈີນເອົາໃຈໃສ່ໃນລະດັບສູງຕໍ່ສະຖານະການປາເລັສຕິນ-ອິດສະຣາແອນເຄັ່ງຕຶງຂຶ້ນໃນຫວ່າງມໍ່ໆມານີ້, ແລະຮູ້ສຶກເສົ້າສະຫຼົດໃຈຕໍ່ການເສຍຊີວິດ ແລະ ບາດເຈັບຂອງປະຊາຊົນສາມັນຍ້ອນການປະທະກັນ, ພ້ອມທັງກ່າວປະນາມການຫຼອນໂຈມຕີແບບກໍ່ການຮ້າຍແນໃສ່ປະຊາຊົນສາມັນ, ຄັດຄ້ານການໃຊ້ກຳລັງອາວຸດເກີນຂອບເຂດ. ວຽກຮີບດ່ວນໃນປັດຈຸບັນແມ່ນອອກແຮງຊຸກຍູ້ໃຫ້ສະຖານະການອັນເຄັ່ງຕຶງຜ່ອນຄາຍລົງ, ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງ ໂດຍສະເພາະແມ່ນອິດສະຣາແອນຮັກສາຄວາມໃຈເຢັນ ແລະ ຄວາມອົດກັ້ນໄວ້, ຫຼີກລ່ຽງສ້າງສະຖານະການໜັກໜ່ວງຂຶ້ນຕື່ມອີກຈົນບໍ່ສາມາດຄວບຄຸມໄດ້.

 

ໂຄສົກທ່ານນີ້ກ່າວຕື່ມວ່າ, ການປະທະກັນລະຫວ່າງປາເລັສຕິນ-ອິດສດະຣາແອນເກີດຂຶ້ນເທື່ອແລ້ວເທື່ອອີກ, ກົກເຫງົ້າແມ່ນຍ້ອນວ່າ ມາຮອດປັດຈຸບັນຍັງບໍ່ທັນຈັດຕັ້ງປະຕິບັດ“ແຜນການສອງປະເທດ” ເທື່ອ, ຄວາມຮຽກຮ້ອງອັນສົມເຫດສົມຜົນຂອງປະຊາຊົນປາເລັສຕິນທີ່ສ້າງປະເທດເປັນເອກະລາດນັ້ນບໍ່ສາມາດບັນລຸຜົນເປັນຈິງໃນໄລຍະຍາວ. ປະຊາຄົມໂລກຄວນມີຄວາມຮູ້ສຶກຮີບດ່ວນເພີ່ມຂຶ້ນ, ສ້າງເງື່ອນໄຂເພື່ອຊຸກຍູ້ໃຫ້ປາເລັສຕິນ ແລະ ອິດສະຣາແອນຟື້ນຟູການເຈລະຈາຄືນໃໝ່. ຈີນຈະສືບຕໍ່ທຳຄວາມພະຍາຍາມຢ່າງບໍ່ລົດລະ ເພື່ອຊຸກຍູ້ການແກ້ໄຂບັນຫາປາເລັສຕິນຢ່າງຮອບດ້ານ, ຍຸຕິທຳ ແລະ ຖາວອນ.