ການຮັບສົ່ງໄປສະນີດ່ວນຂອງຈີນເພີ່ມຂຶ້ນ 40,6%

2023-01-30 15:54:40 CRI

ອີງຕາມຕົວເລກຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ວັນທີ 29 ມັງກອນນີ້, ການຂົນສົ່ງສິນຄ້າໃນທົ່ວປະເທດຈີນໄດ້ເຄື່ອນໄຫວຢ່າງເປັນລະບຽບດີ, ການຮັບສົ່ງໄປສະນີດ່ວນໄດ້ເພີ່ມຂຶ້ນ 40,6% ເມື່ອທຽບໃສ່ວັນທີ 29 ທັນວາປີຜ່ານມາ.

ອີງຕາມຕົວເລກຂໍ້ມູນສັງລວມຈາກການຕິດຕາມຂອງຫ້ອງການໜ່ວຍນຳພາວຽກງານຮັກສາຄວາມໂລ່ງລ່ຽນດ້ານການຈໍລະຈອນສິນຄ້າ ຂອງລັດຖະບານຈີນ ໄດ້ສະແດງໃຫ້ເຫັນວ່າ ວັນທີ 29 ມັງກອນນີ້, ການຂົນສົ່ງສິນຄ້າຜ່ານທາງລົດໄຟໃນທົ່ວປະເທດໄດ້ສືບຕໍ່ຮັກສາການເຄື່ອນໄຫວໃນລະດັບສູງ, ໄດ້ຂົນສົ່ງສິນຄ້າ 9.925.000 ໂຕນ, ເພີ່ມຂຶ້ນ 0,39% ເມື່ອທຽບໃສ່ວັນທີ 29 ທັນວາປີຜ່ານມາ; ລົດຂົນສົ່ງສິນຄ້າທີ່ຜ່ານທາງດ່ວນໃນທົ່ວປະເທດມີ 3.402.200 ຄັນ, ເພີ່ມຂຶ້ນ 29,17% ເມື່ອທຽບໃສ່ວັນທີ 29 ທັນວາປີຜ່ານມາ; ທ່າເຮືອຕ່າງໆໄດ້ສຳເລັດການຂົນຖ່າຍສິນຄ້າ 29.836.000 ໂຕນ, ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ວັນທີ 29 ທັນວາປີຜ່ານມາ, ສຳເລັດການຂົນຖ່າຍຕູ້ຄອນເທັນເນີ 628.000 ຕູ້, ຫຼຸດລົງ 6,9% ເມື່ອທຽບໃສ່ວັນທີ 29 ທັນວາປີຜ່ານມາ; ຮັບປະກັນຖ້ຽວບິນຂົນສົ່ງຜູ້ໂດຍສານ 14.101 ຖ້ຽວ, ຫຼຸດລົງ 0,2% ເມື່ອທຽບໃສ່ວັນທີ 29 ທັນວາປີຜ່ານມາ; ຮັບສົ່ງໄປສະນີດ່ວນປະມານ 322 ລ້ານຫໍ່ ແລະ ສຳເລັດການຂົນສົ່ງແລ້ວປະມານ 164 ລ້ານຫໍ່ ຕ່າງໄດ້ເພີ່ມຂຶ້ນ 40,6% ແລະ 53,3% ຕາມລຳດັບເມື່ອທຽບໃສ່ວັນທີ 29 ທັນວາປີຜ່ານມາ.