ຍອດມູນຄ່າຂາຍປີ້ຮູບເງົາໃນໄລຍະພັກບຸນກຸດຈີນປີ 2023 ໄດ້ບັນລຸເຖິງ 6,758 ຕື້ຢວນ

2023-01-30 14:56:13 CRI

ຕາມສະຖິຕິເບື້ອງຕົ້ນ, ຍອດມູນຄ່າຂາຍປີ້ຮູບເງົາໃນໄລຍະພັກບຸນກຸດຈີນປີ 2023 (ລະຫວ່າງວັນທີ 21 ຫາ 27 ມັງກອນນີ້) ຂອງຈີນໄດ້ບັນລຸເຖິງ 6,758 ຕື້ຢວນ, ເພີ່ມຂຶ້ນ 11,89% ເມື່ອທຽບໃສ່ໄລຍະພັກບຸນກຸດຈີນຂອງປີຜ່ານມາ; ມີຜູ້ເຂົ້າຊົມຮູບເງົາ 129 ລ້ານເທື່ອຄົນ, ເພີ່ມຂຶ້ນ 13,16% ເມື່ອທຽບໃສ່ໄລຍະພັກບຸນກຸດຈີນຂອງປີຜ່ານມາ; ມູນຄ່າຂາຍປີ້ເບິ່ງຮູບເງົາທີ່ຜະລິດໂດຍຈີນໄດ້ກວມ 99,22%. ມາຮອດວັນທີ 27 ມັງກອນ 2023 ນີ້, ຍອດມູນຄ່າຂາຍປີ້ຮູບເງົາໃນປີ 2023 ບັນລຸເຖິງ 7,915 ຕື້ຢວນ, ເພີ່ມຂຶ້ນ 209,88% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.