ປະຊາຊົນອາເມຣິກາຫຼາຍກວ່າ 70% ຂາດຄວາມໝັ້ນໃຈຕໍ່ການພັດທະນາເສດຖະກິດໃນອະນາຄົດຂອງອາເມຣິກາ

2023-01-31 10:45:11 CRI

ວັນທີ 30 ມັງກອນນີ້, ບໍລິສັດທີ່ເປິກສາກາລັບ ທີ່ເປັນອົງການສຳຫຼວດປະຊາມະຕິຂອງອາເມຣິກາໄດ້ເປີດເຜີຍບົດລາຍງານຫຼ້າສຸດສະບັບໜຶ່ງສະແດງໃຫ້ເຫັນວ່າ: ມີປະຊາຊົນອາເມຣິກາຫຼາຍກວ່າ 70% ຂາດຄວາມໝັ້ນໃຈຕໍ່ການພັດທະນາເສດຖະກິດໃນອະນາຄົດຂອງອາເມຣິກາ.


ອີງຕາມຕົວເລກສະແດງໃຫ້ເຫັນວ່າ, ມີຜູ້ຕອບແບບສອບຖາມ 38% ແລະ 45% ເຫັນວ່າ, ສະພາບເສດຖະກິດຂອງອາເມຣິກາໃນປັດຈຸບັນນີ້ “ອ່າວຂີ້ຮ້າຍ” ຫຼື “ຂີ້ຮ້າຍທີ່ສຸດ”. ໃນຂະນະດຽວກັນ, ມີຜູ້ຕອບແບບສອບຖາມ 72% ເຫັນວ່າ, ເສດຖະກິດອາເມຣິກາຈະ “ຂີ້ຮ້າຍຕື່ມອີກໃນອະນາຄົດ”. ນອກນີ້, ໃນເວລາຕອບຄຳຖາມທີ່ວ່າ “ສັງຄົມອາເມຣິກາປະເຊີນໜ້າກັບບັນຫາໃຫຍ່ທີ່ສຸດໃນປັດຈຸບັນແມ່ນຫຍັງ” ນັ້ນ, ມີຜູ້ຕອບແບບສອບຖາມ 21% ເຫັນວ່າ, ແມ່ນ “ລັດຖະບານ ແລະ ການນຳອາເມຣິກາຂາດຄວາມສາມາດ”, ມີ 15% ເຫັນວ່າແມ່ນ “ໄພເງິນເຟີ້”, ຍັງມີອີກ 11% ເຫັນວ່າແມ່ນ “ບັນຫາການຍົກຍ້າຍຖິ່ນຖານ”. ນອກນີ້, ຜົນການສຳຫຼວດປະຊາມະຕິທີ່ບໍລິສັດກະຈາຍສຽງທົ່ວປະເທດອາເມຣິກາ ຫຼື ABC ເປີດເຜີຍໃນມື້ດຽວກັນສະແດງໃຫ້ເຫັນວ່າ, ມີຜູ້ຕອບແບບສອບຖາມ 71% ເຫັນວ່າ, “ອາເມຣິກາພວມເດີນຕາມເສັ້ນທາງທີ່ຜິດພາດ”.