ກຳປູເຈຍຈະອອກແຮງພັດທະນາອຸດສາຫະກຳລົດ ແລະ ອຸດສາຫະກຳເອເລັກໂຕຣນິກ

2023-01-31 14:38:15 cri

ອີງຕາມຍຸດທະສາດດ້ານການພັດທະນາທີ່ລັດຖະບານກຳປູເຈຍປະກາດຫຼ້າສຸດໃຫ້ຮູ້ວ່າ, ກຳປູເຈຍຈະອອກແຮງພັດທະນາອຸດສາຫະກຳລົດ ແລະ ອຸດສາຫະກຳເອເລັກໂຕຣນິກ.

ລັດຖະບານກຳປູເຈຍຄາດຄະເນວ່າ: ໃນ 5 ປີຕໍ່ໜ້າ, ອຸດສາຫະກຳລົດ ແລະ ອຸດສາຫະກຳເອເລັກໂຕຣນິກຈະສ້າງລາຍຮັບຈາກການສົ່ງອອກສິນຄ້າທີ່ມີມູນຄ່າ 2,1 ຕື້ໂດລາ, ແລະສ້າງໂອກາດປະກອບອາຊີບໃໝ່ 26.000 ຕຳແໜ່ງ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ລັດຖະບານກຳປູເຈຍຈະປະຕິບັດແຜນປະຕິບັດການທີ່ກວມເອົາຫຼາຍພາກສ່ວນຢ່າງຮອບດ້ານ, ສຸມກຳລັງເພື່ອປັບປຸງສະພາບແວດລ້ອມດ້ານການລົງທຶນ ແລະ ການດຳເນີນທຸລະກິດໃຫ້ດີຂຶ້ນ, ພ້ອມທັງຍົກສູງຄວາມສາມາດການແຂ່ງຂັນດ້ານຕົ້ນທຶນໃນຂົງເຂດທີ່ກ່ຽວຂ້ອງ.