ທ່ານສີຈິ້ນຜິງສົ່ງສານສະແດງຄວາມເຫັນໃຈເຖິງປະທານາທິບໍດີປາກິສະຖານກໍລະນີທີ່ເກີດເຫດໂຈມຕີແບບກໍ່ການຮ້າຍ

2023-02-02 15:11:47 CRI

ວັນທີ 1 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານອາຣິຟ ອານວີ ປະທານາທິບໍດີປາກິສະຖານ ສຳລັບກໍລະນີທີ່ເກີດເຫດການຫຼອນໂຈມຕີແບບກໍ່ການຮ້າຍຢູ່ນະຄອນເປຊາວາ, ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍ.

ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ຮູ້ສຶກເສົ້າສະຫຼົດໃຈເປັນຢ່າງຍິ່ງທີ່ໄດ້ຮັບຂ່າວເກີດເຫດການຫຼອນໂຈມຕີແບບກໍ່ການຮ້າຍຢູ່ນະຄອນເປຊາວາ ແຂວງເຄັບ ປະເທດປາກິສະຖານ, ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍ. ຕາງໜ້າລັດຖະບານ ແລະ ປະຊາຊົນຈີນ, ຂ້າພະເຈົ້າຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ປະສົບເຄາະຮ້າຍ ແລະ ສະແດງຄວາມຢື້ຢາມຖາມຂ່າວຕໍ່ຜູ້ໄດ້ຮັບບາດເຈັບ ແລະ ຄອບຄົວຂອງຜູ້ປະສົບເຄາະຮ້າຍຢ່າງຈິງໃຈ.

ເນື້ອໃນສານຂອງທ່ານສີຈິ້ນຜິງ ເນັ້ນໜັກວ່າ: ຈີນຄັດຄ້ານລັດທິກໍ່ການຮ້າຍໃນທຸກຮູບແບບ ແລະ ກ່າວປະນາມເຫດການກໍ່ການຮ້າຍເທື່ອນີ້ຢ່າງຮຸນແຮງ. ຈີນຈະສືບຕໍ່ເດັດດ່ຽວສະໜັບສະໜູນປາກິສະຖານໃນການຊຸກຍູ້ແຜນປະຕິບັດງານຕໍ່ຕ້ານລັດທິກໍ່ການຮ້າຍແຫ່ງຊາດ, ປົກປັກຮັກສາຄວາມສະຫງົບໃນສັງຄົມ ແລະ ຄວາມປອດໄພຂອງປະຊາຊົນ, ຈີນຍິນດີລົງເລິກການຮ່ວມມືດ້ານການຕ້ານລັດທິກໍ່ການຮ້າຍກັບຝ່າຍປາກິສະຖານ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ກໍຄືຂອງໂລກ.

ໃນມື້ດຽວກັນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ກໍໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານມູຮຳເມັດ ຊາບັສ ຊາຣິຟ ນາຍົກລັດຖະມົນຕີປາກິສະຖານເຊັ່ນດຽວກັນ.