ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ສ້າງປະສິດທິຜົນທາງສັງຄົມ ແລະ ເສດຖະກິດຢ່າງຕໍ່ເນື່ອງ

2023-02-02 11:28:08 CRI

ວັນທີ 1 ກຸມພານີ້ຕາມເວລາທ້ອງຖິ່ນ, ຄະນະກຳມະການໂອລິມປິກສາກົນໄດ້ພິມບົດຄວາມ ໂດຍໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຜົນສຳເລັດ ແລະ ອິດທິພົນຂອງງານກິລາໂອລິມປິກລະດູໜາວປັກກິ່ງ.


ບົດຄວາມລະບຸວ່າ: ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ສິ້ນສຸດລົງເກືອບໜຶ່ງປີແລ້ວ, ປັດຈຸບັນ, ສະໜາມກິລາທັງໝົດຂອງງານກິລາໂອລິມປິກລະດູໜາວປັກກິ່ງລ້ວນແຕ່ເປີດໃຫ້ປະຊາຊົນທ້ອງຖິ່ນ ແລະ ນັກກິລານຳໃຊ້, ອຸດສາຫະກຳກິລາລະດູໜາວຂອງຈີນພວມໄດ້ເຕີບໃຫຍ່ຂະຫຍາຍຕົວ, ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ດຶງດູດປະຊາຊົນຈີນເກືອບ 346 ລ້ານຄົນເຂົ້າຮ່ວມກິລາລະດູໜາວ ເຊິ່ງໄດ້ສ້າງປະສິດທິຜົນທາງສັງຄົມແລະເສດຖະກິດຢ່າງຕໍ່ເນື່ອງແລະກວ້າງຂວາງໃຫ້ແກ່ປະຊາຊົນຈີນ.


ນອກນີ້, ງານກິລາໂອລິມປິກລະດູໜາວປັກກິ່ງຍັງໄດ້ສ້າງມໍລະດົກສຳຄັນໃນດ້ານຄວາມສະເໝີພາບກັນລະຫວ່າງຍິງ-ຊາຍ. ນັກກິລາ 2.834 ຄົນ ທີ່ເຂົ້າຮ່ວມງານກິລາຄັ້ງນີ້, ກວມ 45,4% ແມ່ນນັກກິລາເພດຍິງ ເຊິ່ງແມ່ນອັດຕາສ່ວນສູງສຸດໃນປະຫວັດສາດງານກິລາໂອລິມປິກລະດູໜາວ. ຈຳນວນລາຍການແຂ່ງຂັນກິລາເພດຍິງໃນງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດເຊັ່ນດຽວກັນ, ຄືມີເຖິງ 46 ລາຍການ.