ດິນບໍລິເວນນ້ຳທີ່ຫຼາກຫຼາຍສີສັນ

2023-02-02 17:06:07 cri

    ວັນທີ 2 ກຸມພານີ້ ແມ່ນວັນດິນບໍລິເວນນ້ຳໂລກຄັ້ງທີ 27. ປັດຈຸບັນ, ເນື້ອທີ່ດິນບໍລິເວນນ້ຳຢູ່ຈີນມີ 66 ລ້ານກວ່າເຮັກຕາ, ໃນນັ້ນ, ດິນບໍລິເວນນ້ຳທຳມະຊາດມີ 28 ລ້ານເຮັກຕາ, ສວນສາທາລະນະດິນບໍລິເວນນ້ຳແຫ່ງຊາດ 901 ແຫ່ງ, ເຂດສະຫງວນທຳມະຊາດດິນບໍລິເວນນ້ຳ 600 ກວ່າແຫ່ງ,  ມີຕົວເມືອງ 13 ແຫ່ງຖືກຮັບຮອງວ່າເປັນ “ຕົວເມືອງດິນບໍລິເວນນ້ຳສາກົນ” ຈາກສົນທິສັນຍາດິນບໍລິເວນນ້ຳ. ຈີນມີດິນບໍລິເວນນ້ຳຫຼາກຫຼາຍປະເພດ, ເຊິ່ງກວມເອົາປະເພດດິນບໍລິເວນນ້ຳເກືອບທັງໝົດທີ່ລະບຸໄວ້ໃນສົນທິສັນຍາດິນບໍລິເວນນ້ຳ, ທັງໄດ້ຫຼໍ່ລ້ຽງສິ່ງທີ່ມີຊີວິດນາໆພັນໃນດິນບໍລິເວນນ້ຳ.