ຈີນເລີ່ມປະຕິບັດການກວດນິວຄະເລອິກຕໍ່ຊາວສ.ເກົາຫຼີທີ່ເດີນທາງມາຮອດຈີນ

2023-02-02 12:55:12 cri

ວັນທີ 1 ກຸມພານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວສື່ມວນຊົນຕ່າງປະເທດຖາມວ່າ: ລັດຖະບານຈີນປະຕິບັດການກວດນິວຄະເລອິກຕໍ່ຊາວສ.ເກົາຫຼີທີ່ເດີນທາງມາຮອດຈີນນັບແຕ່ວັນທີ 1 ກຸມພານີ້ເປັນຕົ້ນໄປ. ກະຊວງການຕ່າງປະເທດຈີນສາມາດແຈ້ງຂໍ້ມູນທີ່ກ່ຽວຂ້ອງໃຫ້ຮູ້ໄດ້ບໍ່?

ທ່ານນາງເໝົາໜີງກ່າວວ່າ: ພວກເຮົາຍິນດີຮ່ວມກັບປະເທດຕ່າງໆ ເພື່ອພະຍາຍາມສ້າງຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນກັບຕ່າງປະເທດ. ແຕ່ບາງປະເທດຍັງຝືນປະຕິບັດມາດຕະການແບບດູໝິ່ນໂດຍແນໃສ່ພົນລະເມືອງຈີນ, ສະນັ້ນ, ຈີນຈຳເປັນຕ້ອງມີການຕອບໂຕ້ໂດຍອີງຕາມຫຼັກການສະເໝີພາບ.