ອາເມຣິກາຍັງໄກກັບເປົ້າໝາຍຫຼຸດຜ່ອນລະດັບເງິນເຟີ້ຫຼາຍ ແລະ ຈະຂຶ້ນດອກເບ້ຍຕື່ມອີກ

2023-02-02 11:18:09 CRI

ວັນທີ 1 ກຸມພານີ້ຕາມເວລາທ້ອງຖິ່ນ, ທ່ານໂພແວວ ປະທານທະນາຄານກາງອາເມຣິກາໄດ້ຫຼື ເຟດ ຈັດກອງປະຊຸມຖະແຫຼງຂ່າວ ຫຼັງຈາກເຟດໄດ້ປະກາດຂຶ້ນອັດຕາດອກເບ້ຍພື້ນຖານ 25 ຈຸດ ໂດຍກ່າວວ່າ, ເຖິງວ່າຕົວເລກຂໍ້ມູນໃນປັດຈຸບັນສະແດງໃຫ້ເຫັນວ່າ, ລະດັບເງິນເຟີ້ຂອງອາເມຣິກາໄດ້ຜ່ອນຄາຍລົງໃນລະດັບໃດໜຶ່ງແລ້ວກໍຕາມ, ແຕ່ຍັງໄກກັບເປົ້າໝາຍທີ່ຄາດໄວ້, ເຟດຈະສືບຕໍ່ຂຶ້ນອັດຕາດອກເບ້ຍ ແລະ ສຸມໃສ່ຫຼຸດລະດັບເງິນເຟີ້ໃຫ້ໜ້ອຍລົງຢ່າງເດັດດ່ຽວ.


ທ່ານໂພແວວກ່າວຕື່ມວ່າ, ສະພາບເງິນຝືດທີ່ປາກົດຕົວຂຶ້ນໃນປັດຈຸບັນນີ້ ບໍ່ໄດ້ສ້າງຄວາມເສຍຫາຍໃຫ້ຕະຫຼາດແຮງງານ, ແຕ່ສະຖານະການເສດຖະກິດຂອງອາເມຣິກາຍັງຕົກຢູ່ໃນ “ໄລຍະຕົ້ນ” ຂອງການຜ່ອນຄາຍລະດັບເງິນເຟີ້, “ວຽກງານດ້ານນີ້ຍັງບໍ່ທັນສຳເລັດລົງຢ່າງສິ້ນເຊີງເທື່ອ”, ອົງການເຟດຍັງບໍ່ທັນໄດ້ປະຕິບັດ “ນະໂຍບາຍແລະຫຼັກໝັ້ນ ທີ່ເຂັ້ມງວດເທົ່າທີ່ຄວນ”. ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານໂພແວວກ່າວຕື່ມວ່າ: ອັດຕາດອກເບ້ຍຂອງກອງທຶນສະຫະລັດ “ມີຄວາມອາດສາມາດຢ່າງແນ່ນອນ” ທີ່ຈະຮັກສາຢູ່ໃນລະດັບທີ່ຕ່ຳກວ່າ 5%, ແຕ່ກໍບໍ່ຄວນຫວັງຢາກໃຫ້ອາເມຣິກາປັບຫຼຸດອັດຕາດອກເບ້ຍໃນປີ 2023.