ຈີນມີເນື້ອທີ່ດິນທາມປະມານ 56,35 ລ້ານເຮັກຕາ

2023-02-02 16:28:17 cri

ວັນທີ 2 ກຸມພາແມ່ນວັນດິນທາມສາກົນ, ຫົວຂໍ້ຕົ້ນຕໍຂອງວັນດິນທາມສາກົນປີນີ້ແມ່ນ “ການຟື້ນຟູດິນທາມ”. ປັດຈຸບັນ, ປະເທດຈີນມີເນື້ອທີ່ດິນທາມປະມານ 56,35 ລ້ານເຮັກຕາ, ແມ່ນໜຶ່ງໃນປະເທດທີ່ມີດິນທາມຫຼາຍຊະນິດທີ່ສຸດຢູ່ໃນໂລກ.

ເພື່ອອະນຸລັກດິນທາມ, ປະເທດຈີນໄດ້ພິມເຜີຍແຜ່ “ແຜນອະນຸລັກດິນທາມທົ່ວປະເທດ(2022-2030)”, ວຽກງານອະນຸລັກ ແລະ ຟື້ນຟູດິນທາມຢູ່ແຫ່ງຕ່າງໆຂອງຈີນກຳລັງດຳເນີນຢູ່ຢ່າງມີລະບຽບການ.