ປະຊາຊົນອາເມຣິກາສ່ວນຫຼາຍເຫັນວ່າ ພາກສ່ວນຕຳຫຼວດມີຄວາມຈຳເປັນຕ້ອງດຳເນີນການປະຕິຮູບ

2023-02-06 18:19:17 cri


ວັນທີ 5 ກຸມພານີ້, ຜົນການສຳຫຼວດປະຊາມະຕິສະບັບໜຶ່ງທີ່ບໍລິສັດວິທະຍຸກະຈາຍສຽງໂກລົມບີອາເມຣິກາແລະອົງການສຳຫຼວດປະຊາມະຕິ YouGov ຮ່ວມກັນປະກາດນັ້ນສະແດງໃຫ້ເຫັນວ່າ: ມີປະຊາຊົນອາເມຣິກາ 89% ເຫັນວ່າ, ພາກສ່ວນຕຳຫຼວດຄວນດຳເນີນການປະຕິຮູບ, ໃນນັ້ນ ມີຜູ້ຕອບແບບສອບຖາມ 47% ເຫັນວ່າຄວນດຳເນີນການປະຕິຮູບຄັ້ງສຳຄັນຕໍ່ພາກສ່ວນຕຳຫຼວດ, ມີ 42%ເຫັນວ່າຄວນດຳເນີນການປະຕິຮູບແບບຂະໜາດນ້ອຍ, ແລະມີອີກ 11%ເຫັນວ່າ ບໍ່ຈຳເປັນຕ້ອງປະຕິຮູບ.


   ໃນຄວາມຄິດເຫັນທີ່ມີຕໍ່ຕຳຫຼວດ, ມີຄົນຜິວຂາວ 52%ເຫັນວ່າຖືກຕຳຫຼວດປົກປ້ອງ, ຄົນຜິວດຳມີພຽງ 25%ເຫັນວ່າໄດ້ຮັບການປົກປ້ອງ. ນອກນີ້, ມີຄົນຜິວດຳ 67%ເຫັນວ່າ ຕຳຫຼວດມີທ່າທີຕໍ່ຄົນຜິວຂາວດີກວ່າ.


   ຕາມການແນະນຳໃຫ້ຮູ້ວ່າ: ການສຳຫຼວດປະຊາມະຕິດັ່ງກ່າວແມ່ນດຳເນີນຢູ່ລະຫວ່າງວັນທີ 1 ຫາທີ 4 ກຸມພານີ້, ມີຜູ້ເຕັມອາຍຸກະສຽນອາເມຣິກາທີ່ມີລັກສະນະເປັນຕົວແທນໃນທົ່ວປະເທດລວມ 2.030 ຄົນໄດ້ເຂົ້າຮ່ວມການສຳຫຼວດ.