ຂະແໜງການທ່ອງທ່ຽວສິງກະໂປຄອງຄອຍນັກທ່ອງທ່ຽວຈີນເຂົ້າໄປທ່ອງທ່ຽວ

2023-02-06 14:17:56 CRI

 

   ວັນທີ 6 ກຸມພານີ້, ກຸ່ມນັກທ່ອງທ່ຽວຈີນທີ່ໄປທ່ອງທ່ຽວ 20 ປະເທດໄດ້ຮັບການຟື້ນຟູຄືນໃໝ່ ເຊິ່ງໃນລາຍຊື່ປະເທດຈຸດໝາຍປາຍທາງການທ່ອງທ່ຽວງວດທໍາອິດນັ້ນແມ່ນມີປະເທດສິງກະໂປຮ່ວມຢູ່ນໍາ. ແຫຼ່ງຂ່າວແຈ້ງໃຫ້ຮູ້ວ່າ: ຂະແໜງການທ່ອງທ່ຽວຂອງສິງກະໂປຄອງຄອຍນັກທ່ອງທ່ຽວຈີນເຂົ້າໄປທ່ອງທ່ຽວແລະໄດ້ກະກຽມຢ່າງຫ້າວຫັນ.



   ລາຍຮັບຫຼັກດ້ານການທ່ອງທ່ຽວຂອງສິງກະໂປແມ່ນມາຈາກນັກທ່ອງທ່ຽວຕ່າງປະເທດ. ຄຽງຄູ່ກັບຈີນໄດ້ປັບປຸງນະໂຍບາຍປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ດີຂຶ້ນແລ້ວ, ຂະແໜງການທ່ອງທ່ຽວຂອງສິງກະໂປໄດ້ເລີ່ມກະກຽມຢ່າງຫ້າວຫັນ, ໂດຍໄດ້ສັງລວມຊັບພະຍາກອນທາງດ້ານໂຮງແຮມແລະຮ້ານກິນດື່ມ, ທັງໄດ້ກະກຽມພະນັກງານນໍາທ່ຽວ ແລະ ອອກແບບຕາຕະລາງທ່ອງທ່ຽວຄືນໃໝ່ ເພື່ອຕ້ອນຮັບນັກທ່ອງທ່ຽວຈີນເຂົ້າໄປທ່ອງທ່ຽວປະເທດຕົນ.