ທ່ານຊາບາ ໂຄໂຣຊີ ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77 ປະສົບຜົນສຳເລັດຢ່າງຈົບງາມໃນການຢ້ຽມຢາມຈີນ

2023-02-07 10:28:44 cri



ທ່ານ ຊາບາ ໂຄໂຣຊີ  ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77 ໄດ້ດຳເນີນການຢ້ຽມຢາມຈີນຕາມຄຳເຊີນລະຫວ່າງວັນທີ 1-4 ກຸມພານີ້. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 6 ກຸມພານີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະ ເທດຈີນໄດ້ແຈ້ງໃຫ້ຮູ້ສະພາບການກ່ຽວກັບການຢ້ຽມຢາມຄັ້ງນີ້ວ່າ: ທ່ານຊາບາ ໂຄໂຣຊີ ເປັນເຈົ້າໜ້າທີ່ລະດັບສູງຂອງອົງການສະຫະປະຊາຊາດຜູ້ທຳອິດທີ່ເດີນທາງມາຢ້ຽມຢາມຈີນໃນປີນີ້. ຈີນເວລາໃດກໍສະໜັບສະໜູນລັດທິຫຼາຍຝ່າຍ, ສະໜັບສະໜູນວຽກງານຂອງອົງການສະຫະປະຊາຊາດ ພ້ອມທັງສະໜັບສະໜູນອົງການສະຫະປະຊາຊາດເສີມຂະຫຍາຍບົດບາດອັນສຳຄັນ. ການຢ້ຽມຢາມຂອງທ່ານບາຊາ ໂຄໂຣຊີຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

ທ່ານນາງ ເໝົາໜິງ ໃຫ້ຮູ້ຕື່ມວ່າ: “ສອງຝ່າຍເປັນເອກະພາບກັນເຫັນວ່າ, ຄວນຍຶດໝັ້ນລັດທິຫຼາຍຝ່າຍ, ຕ້ອງປົກປ້ອງຄວາມສັກສິດຂອງອົງການສະ ຫະປະຊາຊາດ, ເດັດດ່ຽວປົກປັກຮັກສາລະບຽບການສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ, ເດັດດ່ຽວປົກປັກຮັກສາຫຼັກການພື້ນຖານແຫ່ງການພົວພັນສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ. ຄວນຍຶດໝັ້ນໃນທິດທາງລວມທີ່ຫັນການພົວພັນສາກົນເປັນແບບປະຊາທິປະໄຕຢ່າງບໍ່ຫວັ່ນໄຫວຄອນແຄນ, ເພີ່ມລັກສະນະຕົວແທນແລະສິດປະກອບຄຳເຫັນຂອງປະເທດພວມພັດທະນາໃນວຽກງານສາກົນຕື່ມອີກ. ສອງຝ່າຍເປັນເອກະພາບກັນເຫັນວ່າ: ຄວນຖືເອົາການພັດທະນາເປັນໃຈກາງຂອງວາລະທົ່ວໂລກ, ຈັດກອງປະຊຸມລະດັບສູງຫຼາຍຄັ້ງ ກ່ຽວກັບຂົງເຂດການພັດທະນາແບບຍືນຍົງໃນປີນີ້ຂອງອົງການສະຫະປະຊາຊາດໃຫ້ມີປະສິດທິຜົນທີ່ດີ, ສະໜັບສະໜູນປະເທດພວມພັດທະນາຍົກສູງຄວາມສາມາດໃນການພັດທະນາດ້ວຍຕົນເອງ, ບົນເສັ້ນທາງການພັດທະນາຮ່ວມກັນ, ຈະບໍ່ປ່ອຍປະໃຫ້ປະເທດໃດແລະຜູ້ໃດໄວ້ຢູ່ຂ້າງຫຼັງ. ຈີນຍິນດີເພີ່ມທະວີການເຊື່ອມຕໍ່ກັນລະຫວ່າງຂໍ້ລິເລີ່ມການພັດທະນາທົ່ວໂລກກັບການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ2030, ດຳເນີນໂຄງການຮ່ວມມືຕົວຈິງທີ່ ສາມາດເບິ່ງເຫັນໄດ້ແລະຈັບບາຍໄດ້ໃຫ້ຫຼາຍກວ່າເກົ່າ.”