ກຳລັງກູ້ໄພຂອງຈີນເດີນທາງໄປເຂດເກີດແຜ່ນດິນໄຫວຢູ່ຕູຣາເຄຍ

2023-02-08 14:54:49 cri


ຫຼັງຈາກພາກໃຕ້ຂອງຕູຣາເຄຍທີ່ມີຊາຍແດນຕິດກັບຊີຣີເກີດແຜ່ນດິນໄຫວຮຸນແຮງແລ້ວ, ລັດຖະບານຈີນໄດ້ນຳໃຊ້ກົນໄກຊ່ວຍເຫຼືອສຸກເສີນດ້ານມະນຸດສະທຳ.  

ໜ່ວຍກູ້ໄພຂອງຈີນໄດ້ກຽມພ້ອມ ແລະໄດ້ເດີນທາງໄປເຂດປະສົບໄພຕູຣາເຄຍຢ່າງຮີບດ່ວນ.

ໂດຍຕອບສະໜອງຕາມຄວາມຮ້ອງຂໍຂອງລັດຖະບານຕູຣາເຄຍ, ລັດຖະບານຈີນໄດ້ຈັດສົ່ງໜ່ວຍກູ້ໄພໄປຕູຣາເຄຍໂດຍດ່ວນເພື່ອດຳເນີນການກູ້ໄພຂ້າມຊາດ. ໜ່ວຍກູ້ໄພຂອງຈີນປະກອບມີ 82 ຄົນໄດ້ນຳເອົາອຸປະກອນແລະເຄື່ອງຊ່ວຍເຫຼືອກູ້ໄພ 21 ໂຕນ, ເດີນທາງຈາກສະໜາມບິນນະຄອນຫຼວງປັກກິ່ງໄປສູ່ເຂດປະສົບໄພຕູຣາເຄຍ. ໜ່ວຍກູ້ໄພດັ່ງກ່າວຕົ້ນຕໍປະກອບດ້ວຍພະນັກງານຂອງກອງໃຫຍ່ກູ້ໄພດັບເພິງນະຄອນຫຼວງປັກກິ່ງ, ສູນກູ້ໄພແຜ່ນດິນໄຫວສຸກເສີນຈີນ ແລະໂຮງໝໍຮັບມືສຸກເສີນ. ນອກນີ້, ໜ່ວຍກູ້ໄພລານທ່ຽນຢູ່ແຫ່ງຕ່າງໆຂອງຈີນຕ່າງກໍໄດ້ເດີນທາງໄປກູ້ໄພຢູ່ເຂດປະສົບໄພເຊັ່ນດຽວກັນ.