ການສະໜອງສະບຽງອາຫານໃນທົ່ວໂລກລະຫວ່າງປີ2022ຫາ 2023ຄາດວ່າຈະຫຼຸດລົງຮອດຈຸດຕ່ຳສຸດໃນຮອບ 3 ປີ

2023-02-09 14:29:22 cri

  ວັນທີ 8 ກຸມພານີ້, ທ່ານຊວີຕຸ່ງຢວີ້ ຜູ້ອຳນວຍການໃຫຍ່ອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ, ທ່ານນາງ ຄຣິສທາລີນາ ໂກໂອຈີເອວາ ປະທານອົງການກອງທຶນການເງິນສາກົນຫຼື IMF, ທ່ານ ເດວິດ ມາຣປາສ ຜູ້ວ່າການທະນາ ຄານໂລກ,  ທ່ານເດວິດ ບີສລີ ຫົວໜ້າບໍລິຫານງານໂຄງການອາຫານໂລກຫຼື WFP, ທ່ານ ອັນໂກຊີ ໂອໂຄນໂຈ ອີເວອາລາ ຜູ້ອຳນວຍການໃຫຍ່ອົງການການຄ້າໂລກຫຼື WTO ໄດ້ອອກຖະແຫຼງການຮ່ວມ ໂດຍຮຽກຮ້ອງໃຫ້ສືບຕໍ່ນຳໃຊ້ການເຄື່ອນໄຫວສຸກເສີນເພື່ອແກ້ໄຂວິກິດການດ້ານສະບຽງອາຫານແລະຄວາມໝັ້ນຄົງດ້ານໂພຊະນາການຂອງໂລກ.

   ຖະແຫຼງການຮ່ວມໄດ້ລະບຸໂດຍເນັ້ນໜັກວ່າ: ອັດຕາເງິນເຟີ້ດ້ານສະບຽງ ອາຫານຂອງໂລກຍັງສູງຫຼາຍ, ຫຼາຍສິບປະເທດໄດ້ປະສົບກັບໄພເງິນເຟີ້ສູງກວ່າ 10%. ອີງຕາມໂຄງການອາຫານໂລກໃຫ້ຮູ້ວ່າ:  ປະຊາກອນຈຳນວນ 139 ລ້ານຄົນໃນ 79 ປະ ເທດກຳລັງປະເຊີນກັບບັນຫາໜັກໜ່ວງ ດ້ານຄວາມໝັ້ນຄົງຂອງສະບຽງອາຫານ, ອັດຕາການເກີດບັນຫາການຂາດສານ ອາຫານກຳລັງເພີ່ມສູງຂຶ້ນ. ຄາດວ່າ ສະພາບການແບບນີ້ຈະຮ້າຍແຮງຂຶ້ນ, ຕາມການຄາດຄະເນວ່າ, ການສະໜອງສະບຽງອາຫານໃນທົ່ວໂລກລະຫວ່າງປີ2022ຫາ2023ຈະຫຼຸດລົງຮອດຈຸດຕ່ຳສຸດໃນຮອບ 3 ປີຜ່ານມາ. ເພື່ອປ້ອງກັນບໍ່ໃຫ້ວິກິດການດ້ານສະບຽງອາຫານ ແລະຄວາມໝັ້ນຄົງດ້ານໂພຊະນາການຮ້າຍ ແຮງຂຶ້ນ,  ຖະແຫຼງການຮ່ວມສະບັບນີ້ໄດ້ລະບຸໂດຍຮຽກຮ້ອງວ່າ, ຕ້ອງນຳໃຊ້ການເຄື່ອນໄຫວສຸກເສີນຕື່ມອີກເພື່ອຊ່ວຍເຫຼືອເຂດປະສົບໄພອຶດຫິວຮຸນແຮງ, ສົ່ງເສີມການຄ້າ, ປັບປຸງການປະຕິບັດງານທາງດ້ານຕະຫຼາດ ພ້ອມທັງເພີ່ມທະວີບົດບາດຂອງພາກສ່ວນທຸລະກິດເອກະຊົນ. ໃນເວລາຮັບມືກັບວິກິດການ, ບັນດາປະເທດຄວນປະສານສົມທົບການນຳໃຊ້ມາດຕະການສຸກເສີນເພື່ອແກ້ໄຂບັນຫາໃນໄລຍະສັ້ນກັບການສຸມຄວາມພະຍາຍາມເພື່ອຟື້ນຟູໃນໄລຍະຍາວ.