ເຜີຍແຜ່ບົດລາຍງານ ກ່ຽວກັບ “ສະພາບບັນຫາຢາເສບຕິດພາຍໃນປະເທດອາເມຣິກາ”

2023-02-09 16:37:56 CRI


ວັນທີ 9 ກຸມພານີ້ ໄດ້ເຜີຍແຜ່ ບົດລາຍງານ ກ່ຽວກັບ “ສະພາບບັນຫາຢາເສບຕິດພາຍໃນປະເທດອາເມຣິກາ”, ໂດຍຜ່ານການຍົກຕົວຢ່າງ ແລະ ຕົວເລກ, ໂດຍໄດ້ສະແດງໃຫ້ເຫັນ ແລະ ວິເຄາະສະພາບການໃນປັດຈຸບັນ ລວມທັງ ສາເຫດທີ່ເກີດມີບັນຫາຢາເສບຕິດຢ່າງຮຸນແຮງພາຍໃນປະເທດອາເມຣິກາ, ທັງໄດ້ເປີດເຜີຍຜົນເສຍຫາຍດ້ານເສດຖະກິດ ແລະສັງຄົມຈາກບັນຫາຢາເສບຕິດຕື່ມອີກ.

 

ເນື້ອໃນບົດລາຍງານລະບຸວ່າ, ຢາເສບຕິດເປັນສັດຕູຮ່ວມຂອງມວນມະນຸດ. ປັດຈຸບັນນີ້, ອາເມຣິກາແມ່ນປະເທດທີ່ມີບັນຫາຢາເສບຕິດຢ່າງໜັກໜ່ວງທີ່ສຸດຢູ່ໃນທົ່ວໂລກ, ຈຳນວນຜູ້ເສບຢາເສບຕິດໄດ້ກວມເອົາ 12% ຂອງໂລກ.

 

ເນື້ອໃນບົດລາຍງານຍັງເນັ້ນໜັກວ່າ: ບັນຫາຢາເສບຕິດຂອງອາເມຣິກາມີມາແຕ່ດົນນານແລ້ວ, ແມ່ນບັນຫາຄົງຄ້າງໃນປະຫວັດສາດ. ລັດຖະບານອາເມຣິກາບໍ່ໄດ້ໂຄສະນາຢ່າງພຽງພໍຕໍ່ກັບຄວາມອັນຕະລາຍຂອງຢາເສບຕິດ, ບໍ່ໄດ້ນຳໃຊ້ມາດຕະການທີ່ເຂັ້ມແຂງໃນການປາບປາມຢາເສບຕິດ, ປະສິດທິຜົນໃນການປາບປາມຢາເສບຕິດບໍ່ດີ. ອາເມຣິກາຕ້ອງປະຕິບັດຕໍ່ບັນຫາຂອງຕົນຢ່າງຖືກຕ້ອງ, ນຳໃຊ້ມາດຕະການເພື່ອຮັບມືກັບບັນຫາທີ່ຢາເສບຕິດແພ່ລະບາດພາຍໃນປະເທດຕົນ. ການຕ້ານຢາເສບຕິດຕ້ອງການໃຫ້ຕົນເອງທຳຄວາມພະຍາຍາມໄວ້ກ່ອນ, ພ້ອມທັງກໍຕ້ອງການໃຫ້ບັນດາປະເທດຮ່ວມມືກັນ. ອາເມຣິກາຄວນຍຸດຕິການຕຳໜິວິຈານຈີນຢ່າງບໍ່ມີເຫດຜົນ ແລະ ການກະທຳທີ່ທຳລາຍການຮ່ວມມືດ້ານການຕ້ານຢາເສບຕິດລະຫວ່າງຈີນ-ອາເມຣິກາ, ຍິ່ງບໍ່ຄວນຊັກໃຍຫາງສຽງສັງຄົມໄປສູ່ທິດທາງທີ່ຜິດພາດ, ເພື່ອຫຼົບຫຼີກຄວາມຮັບຜິດຊອບທີ່ປະເທດຕົນບໍ່ໄດ້ຄວບຄຸມຢາເສບຕິດຢ່າງມີປະສິດທິຜົນ.