ຈີນຍິນດີຮ່ວມກັບຝ່າຍອົດສະຕຣາລີຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ກັບຄືນສູ່ສະພາບປົກກະຕິຄືນໃໝ່

2023-02-09 15:37:53 CRI

 

   ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຢືນຢັນໃນເວລາຕອບຄໍາຖາມນັກຂ່າວກ່ຽວກັບການພົວພັນຈີນ-ອົດສະຕຣາລີໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 8 ກຸມພານີ້ວ່າ: ຝ່າຍຈີນຍິນດີຮ່ວມກັບຝ່າຍອົດສະຕຣາລີຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ກັບຄືນສູ່ສະພາບປົກກະຕິຄືນໃໝ່.


   ຕາມຂ່າວແຈ້ງວ່າ: ທ່ານ ອັນໂທນີ ອານບານິສ ນາຍົກລັດຖະມົນຕີອົດສະຕຣາລີໄດ້ກ່າວໃນວັນທີ 7 ກຸມພານີ້ວ່າ: ທ່ານມີຄວາມປິຕິຍິນດີທີ່ໄດ້ເຫັນການພົບປະກັນລະຫວ່າງລັດຖະມົນຕີກະຊວງການຄ້າອົດສະຕຣາລີ-ຈີນຜ່ານຮູບແບບວິດີໂອນັ້ນໄດ້ຈັດຂຶ້ນດ້ວຍຜົນສໍາເລັດອັນອຸດົມສົມບູນ, ຂະນະທີ່ມູນຄ່າການຄ້າລະຫວ່າງອົດສະຕຣາລີ-ຈີນແມ່ນໄດ້ຫຼາຍກວ່າມູນຄ່າການຄ້າທັງໝົດລະຫວ່າງອົດສະຕຣາລີກັບຄູ່ການຄ້າອັນດັບ 2 ຫາອັນດັບ 4 ຂອງອົດສະຕຣາລີ ເຊິ່ງການສ້າງສາຍພົວພັນທາງດ້ານເສດຖະກິດ-ການຄ້າທີ່ດີລະຫວ່າງອົດສະຕຣາລີ-ຈີນແມ່ນສອດຄ່ອງກັບຜົນປະໂຫຍດຂອງອົດສະຕຣາລີນັ້ນເອງ.


   ຕໍ່ກັບກໍລະນີດັ່ງກ່າວ, ທ່ານນາງ ເໝົາໜິງ ກ່າວວ່າ: ຈີນກັບອົດສະຕຣາລີເປັນປະເທດທີ່ສໍາຄັນຢູ່ໃນພາກພື້ນອາຊີປາຊີຟິກ, ເສດຖະກິດຂອງສອງປະເທດແມ່ນສາມາດຊ່ວຍຊູຍູ້ໜູນກັນໃນລະດັບສູງ ເຊິ່ງການພົວພັນລະຫວ່າງຈີນ-ອົດສະຕຣາລີ ທີ່ພັດທະນາຢ່າງປອດໃສ ແລະ ໝັ້ນທ່ຽງນັ້ນແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະຊາຊົນສອງປະເທດ, ພ້ອມດຽວກັນນີ້, ກໍມີຜົນດີຕໍ່ການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນອາຊີປາຊີຟິກກໍຄືຂອງໂລກ. ຝ່າຍຈີນຍິນດີທໍາຄວາມພະຍາຍາມຮ່ວມກັບຝ່າຍອົດສະຕຣາລີ, ຈັດຕັ້ງປະຕິບັດຂໍ້ຕົກລົງທີ່ສໍາຄັນຂອງການນໍາສອງປະເທດທີ່ໄດ້ບັນລຸໃນການພົບປະກັນທີ່ເກາະບາຫຼີປະເທດອິນໂດເນເຊຍກໍຄືໝາກຜົນຂອງການສົນທະນາດ້ານຍຸດທະສາດແລະການຕ່າງປະເທດລະຫວ່າງຈີນ-ອົດສະຕຣາລີຕື່ມອີກ, ເປີດກວ້າງ ແລະ ຟື້ນຟູການເປິກສາຫາລືແລະການສົນທະນາກັນໃນຂົງເຂດຕ່າງໆລະຫວ່າງສອງປະເທດບົນຫຼັກການເຄົາລົບເຊິ່ງກັນແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດກໍຄືສະແຫວງຫາສິ່ງທີ່ຄືກັນ ແລະ ສະຫງວນສິ່ງທີ່ແຕກຕ່າງກັນ, ພ້ອມທັງເປີດກວ້າງການຮ່ວມມື, ຄວບຄຸມຂໍ້ຂັດແຍ້ງກັນ ເພື່ອຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງປະເທດຄືນໃໝ່ ແລະ ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ກັບຄືນສູ່ສະພາບປົກກະຕິຄືນໃໝ່.