ຈັດການແຂ່ງຂັນສະກີ້ແບບເປີດກວ້າງປັກກິ່ງຄັ້ງທຳອິດ

2023-02-13 15:03:32 CRI

 

ຕາມຂ່າວCRI: ວັນທີ 12 ກຸມພານີ້, ການແຂ່ງຂັນສະກີ້ເປີດກວ້າງປັກກິ່ງຄັ້ງທຳອິດໄດ້ຈັດຂຶ້ນຢູ່ລານສະກີ້ສືຈີ່ງລົງວ້ານເຄີ່ໃນນະຄອນຫຼວງປັກກິ່ງຂອງຈີນ.

 

ຜູ້ສະໝັກຫຼິ້ນສະກີ້ທີ່ມີອາຍຸຕ່ຳກວ່າ 60 ປີລ້ວນແຕ່ມີສິດເຂົ້າຮ່ວມການແຂ່ງຂັນຄັ້ງນີ້, ໂດຍໄດ້ຈັດການແຂ່ງຂັນສະກີ້ໂຄ້ງໃຫຍ່ເທິງພູສູງແລະການແຂ່ງຂັນສະກີ້ໂຄ້ງໃຫຍ່ປະເພດແຜ່ນດຽວ, ເຊິ່ງໄດ້ດຶງດູດຜູ້ສະໝັກຫຼິ້ນສະກີ້ທັງໝົດປະມານ 300 ຄົນເຂົ້າຮ່ວມແຂ່ງຂັນ.

 

ການແຂ່ງຂັນຄັ້ງນີ້ແມ່ນໜຶ່ງໃນກິດຈະກຳຕ່າງໆຂອງການລະນຶກການຈັດງານກິລາໂອລິມປິກລະດູໜາວປັກກິ່ງປີ 2022 ຄົບຮອບ 1 ປີ, ພ້ອມກັນນັ້ນຍັງແມ່ນໜຶ່ງໃນກິດຈະກຳຕ່າງໆຂອງບຸນນ້ຳກ້ອນແລະຫິມະມວນຊົນທົ່ວປະເທດຄັ້ງທີ 9 ແລະບຸນນ້ຳກ້ອນແລະຫິມະພົນລະເມືອງປັກກິ່ງຄັ້ງທີ 9.