ລັດຖະບານແລະກຸ່ມປະກອບອາວຸດຕໍ່ຕ້ານລັດຖະບານໂກລົມບີຈັດການເຈລະຈາສັນຕິພາບຮອບໃໝ່

2023-02-15 17:01:06 cri

     ວັນທີ 13 ກຸມພານີ້, ລັດຖະບານໂກລົມບີແລະ“ກອງທັບປົດປ່ອຍຊົນຊາດໂກລົມບີ”ທີ່ເປັນກຸ່ມປະກອບອາວຸດຕໍ່ຕ້ານລັດຖະບານໄດ້ຈັດການເຈລະຈາສັນຕິພາບຮອບໃໝ່ຢູ່ນະຄອນຫຼວງເມັກຊິກໂກຊິດຕີປະເທດເມັກຊິກ.


      ກະຊວງການຕ່າງປະເທດເມັກຊິກໄດ້ປະກາດແຈ້ງການໃນມື້ດັ່ງກ່າວໂດຍລະບຸວ່າ: ອີງຕາມສັນຍາຂອງບັນດາຝ່າຍ, ການເຈລະຈາຮອບນີ້ຈະປະເມີນສະພາບການປະຕິບັດສັນຍາລະຫວ່າງລັດຖະບານກັບກອງທັບປົດປ່ອຍຊົນຊາດໂກລົມບີທີ່ບັນລຸໄດ້ໃນການເຈລະຈາຮອບຜ່ານມາທີ່ຈັດຂຶ້ນຢູ່ເວເນຊູເອລາໃນເດືອນພະຈິກປີກາຍນີ້, ຮ່າງແລະຮັບຮອງແຜນການປັບປຸງວາລະປະຊຸມຂອງການເຈລະຈາ,ເປິກສາຫາລືກ່ຽວກັບການຢຸດຍິງແລະອື່ນໆ. ການເຈລະຈາຄາດວ່າຈະສືບຕໍ່ດຳເນີນໄປເປັນເວລາຫຼາຍອາທິດ.