ກະຊວງການຄ້າຈີນຕອບໂຕ້ກ່ຽວກັບວິສາຫະກິດ 6 ແຫ່ງຂອງຈີນຖືກຈັດເຂົ້າໃນບັນຊີລາຍຊື່ການຄຸ້ມຄອງການສົ່ງອອກຂອງອາເມຣິກາ

2023-02-15 10:55:54 CRI

 

    ໂດຍແນໃສ່ກະຊວງການຄ້າອາເມຣິກາປະກາດແຈ້ງການໂດຍຈັດເອົາວິສາຫະກິດ 6 ແຫ່ງຂອງຈີນເຂົ້າໃນບັນຊີລາຍຊື່ການຄຸ້ມຄອງການສົ່ງອອກຂອງອາເມຣິກາໃນຫວ່າງມໍ່ໆນີ້, ວັນທີ 14 ກຸມພານີ້, ໂຄສົກກະຊວງການຄ້າຈີນຕອບໂຕວ່າ: ອາເມຣິກາຖືອັນທີ່ເອີ້ນວ່າ “ສະໜັບສະໜູນໂຄງການການບິນ ແລະ ການບິນອະວະກາດ ເຊັ່ນ: ເຮືອເຫາະທາງການທະຫານຂອງຈີນ” ເປັນຂໍ້ອ້າງ, ຈັດເອົາວິສາຫະກິດ 6 ແຫ່ງຂອງຈີນເຂົ້າໃນບັນຊີລາຍຊື່ການຄຸ້ມຄອງການສົ່ງອອກ, ຈີນຄັດຄ້ານຢ່າງເດັດດ່ຽວຕໍ່ກັນເລື່ອງນີ້.

 

    ໂຄສົກຜູ້ນີ້ກ່າວຕື່ມວ່າ, ເປັນເວລາດົນນານມາແລ້ວ, ອາເມຣິກາເຮັດໃຫ້ຈິນຕະນາການຄວາມໝັ້ນຄົງແຫ່ງຊາດຂະຫຍາຍຕົວກວ້າງອອກ, ໃຊ້ມາດຕະການຄຸ້ມຄອງການສົ່ງອອກຢ່າງຊະຊາຍ, ໂຈມຕີແລະສະກັດກັ້ນວິສາຫະກິດຂອງປະເທດອື່ນ, ລົບກວນການໄປມາຫາສູ່ດ້ານເສດຖະກິດການຄ້າທີ່ເປັນປົກກະຕິ, ທຳລາຍສິດແລະຜົນປະໂຫຍດຂອງວິສາຫະກິດທີ່ຊອບດ້ວຍກົດໝາຍຢ່າງໜັກໜ່ວງ, ສ້າງຜົນຮ້າຍຕໍ່ຄວາມໝັ້ນຄົງແລະສະຖຽນລະພາບຂອງຕ່ອງໂສ້ການສະໜອງ ແລະ ຕ່່ອງໂສ້ການຜະລິດໃນທົ່ວໂລກ, ຂັດຂວາງການຟື້ນຟູ ແລະ ການພັດທະນາຂອງເສດຖະກິດໂລກ. ຈີນຫວັງໃຫ້ອາເມຣິກາຈົ່ງຍຸດຕິການໂຈມຕີວິສາຫະກິດຈີນຢ່າງໄຮ້ເຫດຜົນ ແລະ ຈະໃຊ້ມາດຕະການທີ່ຈຳເປັນ ເດັດດ່ຽວຮັກສາສິດຜົນປະໂຫຍດອັນຊອບທຳຂອງວິສາຫະກິດຈີນ.