ຄະນະກຳມາທິການສະຫະພາບເອີຣົບສະເໜີມາດຕະການລົງໂທດຣັດເຊຍຮອບທີ 10

2023-02-16 16:33:39 cri


ວັນທີ 15 ກຸມພານີ້, ຄະນະກຳມາທິການສະຫະພາບເອີຣົບໄດ້ສະເໜີຍັດຕິວ່າດ້ວຍມາດຕະການລົງໂທດຣັດເຊຍຮອບທີ 10 ເພື່ອປ້ອງກັນບໍ່ໃຫ້ຣັດເຊຍໄດ້ຮັບເຕັກໂນໂລຊີ ແລະຜະລິດຕະພັນທັນສະໄໝ ທີ່ສາມາດນຳໃຊ້ໄດ້ໃນທາງການທະຫານ ແລະພົນລະເຮືອນ, ລວມທັງການລົງໂທດວິສາຫະກິດອີຣານທີ່ໄດ້ສະໜອງເຮືອບິນບໍ່ມີຄົນຂັບໃຫ້ຣັດເຊຍ.


ທ່ານນາງ ເອີຊູລາ ວອນ ເດີ ເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບໄດ້ອອກຖະແຫຼງການໂດຍຜ່ານທາງວິດີໂອໃນມື້ດຽວກັນວ່າ: ການລົງໂທດຮອບໃໝ່ນີ້ຈະປະຕິບັດມາດຕະການຫ້າມການສົ່ງອອກສິນຄ້າໄປສູ່ຣັດເຊຍທີ່ມີມູນຄ່າຫຼາຍກວ່າ 11 ຕື້ເອີໂຣ, ປ້ອງກັນບໍ່ໃຫ້ຣັດເຊຍໄດ້ຮັບເຕັກໂນໂລຊີ ແລະຜະລິດຕະພັນອຸດສາຫະກຳທີ່ສຳຄັນ, ລວມທັງອຸປະກອນເອເລັກໂຕຣນິກ, ຍານພາຫະນະພິເສດ, ອາໄຫຼ່ເຄື່ອງຈັກ, ລົດບັນທຸກ, ອາໄຫຼ່ເຄື່ອງຈັກອາຍພົ່ນ ແລະອື່ນໆ. ເສົາອາກາດ, ເຄື່ອງຍົກນ້ຳໜັກ ແລະສິນຄ້າການກໍ່ສ້າງອື່ນໆທີ່ສາມາດສະໜອງໃຫ້ທະຫານຣັດເຊຍໄດ້ໂດຍກົງ ກໍຖືກລົງໂທດໃນຮອບນີ້ເຊັ່ນດຽວກັນ.


ຖະແຫຼງການຂອງປະທານຄະນະກຳມາທິການສະຫະພາບເອີຣົບໄດ້ຊີ້ໃຫ້ເຫັນວ່າ: ມາດຕະການລົງໂທດຮອບໃໝ່ນີ້ຈະຈຳກັດການສົ່ງອອກສິນຄ້າທີ່ນຳໃຊ້ທາງການທະຫານ ແລະພົນລະເຮືອນ ກໍຄືຜະລິດຕະພັນເຕັກນິກສູງໄປສູ່ຣັດເຊຍຕື່ມອີກ. ຄະນະກຳມາທິການສະຫະພາບເອີຣົບໄດ້ສະເໜີໃຫ້ຄວບຄຸມການສົ່ງອອກອາໄຫຼ່ເຄື່ອງຈັກເອເລັກໂຕຣນິກແບບໃໝ່ 47 ຊະນິດທີ່ສາມາດນຳໃຊ້ໃນລະບົບອາວຸດຂອງຣັດເຊຍ ກໍຄືວັດສະດຸແຮ່ທາດທີ່ຫາຍາກບາງຊະນິດ ແລະເຄື່ອງຖ່າຍຮູບພະລັງງານຄວາມຮ້ອນ.