ກະຊວງການຕ່າງປະເທດຈີນ: ຈີນຍິນດີຮ່ວມກັບຣັດເຊຍ ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ລະຫວ່າງສອງປະເທດໃຫ້ສືບຕໍ່ພັດທະນາກ້າວໄປຂ້າງໜ້າ

2023-02-17 16:26:29 cri


ໂດຍແນໃສ່ການຕີລາຄາຢ່າງຕັ້ງໜ້າຕໍ່ການພົວພັນຈີນ-ຣັດເຊຍຂອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ, ໃນກອງປະຊຸມຖະແຫຼງຂ່າວປະຈຳທີ່ຈັດຂຶ້ນໃນວັນທີ 16 ກຸມພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະທດຈີນກ່າວວ່າ, ຈີນຍິນດີຮ່ວມກັບຣັດເຊຍ ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ລະຫວ່າງສອງປະເທດໃຫ້ສືບຕໍ່ພັດທະນາກ້າວໄປຂ້າງໜ້າ.


ຂ່າວແຈ້ງວ່າ, ວັນທີ 15 ກຸມພານີ້, ຢູ່ສະພາດູມາຣັດເຊຍ, ທ່ານເຊີເກ ລັຟລົຈີນກັບຣັດເຊຍ ຂອງທ່ານລັຟລົຟ, ພາຍໃຕ້ການນຳພາທາງຍຸດທະສາດຂອງປະມຸກລັດສອງປະເທດ, ການພົວພັນຈີນ-ຣັດເຊຍໄດ້ຮັກສາການຂະຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງ, ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງລະຫວ່າງສອງປະເທດໄດ້ລົງເລິກຕື່ມອີກ, ການປະສານສົມທົບທາງຍຸດທະສາດມີຄວາມໃກ້ຊິດແລະບັງເກີດຜົນ, ການຮ່ວມມືໃນຂົງເຂດຕ່າງໆໄດ້ຊຸກຍູ້ການກ້າວໄປຂ້າງໜ້າຢ່າງຕິດແທດຕົວຈິງ, ຮ່ວມກັນອອກແຮງເພື່ອຊຸກຍູ້ການຫັນເປັນຫຼາຍເຄົ້າຂອງໂລກແລະການຫັນເປັນປະຊາທິປະໄຕຂອງການພົວພັນສາກົນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.”ຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ຣັດເຊຍຈະຈັດການເຈລະຈາດ້ານການເມືອງຂັ້ນສູງສອງຝ່າຍລະຫວ່າງຣັດເຊຍ-ຈີນໃນໄວໆນີ້. ລະດັບຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງຣັດເຊຍກັບຈີນໃນປັດຈຸບັນນີ້ແມ່ນບໍ່ເຄີຍມີມາກ່ອນ, ສອງຝ່າຍກຳລັງຮ່ວມກັນເພີ່ມທະວີການຮ່ວມມືດ້ານຍຸດທະສາດລະຫວ່າງສອງປະເທດ. ການພົວພັນຣັດເຊຍ-ຈີນ ໄດ້ກາຍເປັນພື້ນຖານຂອງລະບຽບການທົ່ວໂລກທີ່ຫັນເປັນຫຼາຍເຄົ້າ, ເຊິ່ງໄດ້ເພີ່ມຄວາມສົມດຸນແລະຄວາມໝັ້ນທ່ຽງໃຫ້ແກ່ວຽກງານສາກົນ. ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນກ່າວວ່າ:


“ຈີນຍ້ອງຍໍຊົມເຊີຍຕໍ່ການຕີລາຄາອັນຕັ້ງໜ້າກ່ຽວກັບການພົວພັນລະຫວ່າງຈີນກັບຣັດເຊຍ ຂອງທ່ານລັຟລົຟ, ພາຍໃຕ້ການນຳພາທາງຍຸດທະສາດຂອງປະມຸກລັດສອງປະເທດ, ການພົວພັນຈີນ-ຣັດເຊຍໄດ້ຮັກສາການຂະຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງ, ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງລະຫວ່າງສອງປະທດໄດ້ລົງເລິກຕື່ມອີກ, ການປະສານສົມທົບທາງຍຸດທະສາດມີຄວາມໃກ້ຊິດແລະບັງເກີດຜົນ, ການຮ່ວມມືໃນຂົງເຂດຕ່າງໆໄດ້ຊຸກຍູ້ການກ້າວໄປຂ້າງໜ້າຢ່າງຕິດແທດຕົວຈິງ, ຮ່ວມກັນອອກແຮງເພື່ອຊຸກຍູ້ການຫັນເປັນຫຼາຍເຄົ້າຂອງໂລກແລະການຫັນເປັນປະຊາທິປະໄຕຂອງການພົວພັນສາກົນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.