ກະຊວງການຕ່າງປະເທດຈີນ: ຄັດຄ້ານການໃສ່ຮ້າຍປ້າຍສີຈີນໂດຍຖືເອົາບັນຫາຊອກຫາແຫຼ່ງແພ່ເຊື້ອພະຍາດໂຄວິດ-19 ເປັນຂໍ້ອ້າງ

2023-02-17 16:21:10 cri


ໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 16 ກຸມພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຝ່າຍຈີນເດັດດ່ຽວຄັດຄ້ານການກະທຳທີ່ປ່າວຂ່າວປອມແລະໃສ່ຮ້າຍປ້າຍສີຈີນໂດຍຖືເອົາການຊອກຫາແຫຼ່ງແພ່ເຊື້ອພະຍາດໂຄວິດ-19 ເປັນຂໍ້ອ້າງ, ການກະທຳແບບນີ້ບໍ່ມີຜົນດີຕໍ່ການຊຸກຍູ້ການຮ່ວມມືຕ້ານກັບສະພາບພະຍາດໃນສາກົນ, ຄວນໄດ້ຮັບການຄັດຄ້ານຢ່າງເປັນເອກະພາບກັນຈາກປະຊາຄົມໂລກ.


ໂດຍແນໃສ່ຂ່າວທີ່ວ່າ, ອົງການອະນາໄມໂລກ ຫຼື WHO ໄດ້ຢຸດການຊອກຫາແຫຼ່ງແພ່ເຊື້ອພະຍາດໂຄວິດ-19 ໄລຍະສອງເປັນການຊົ່ວຄາວຍ້ອນຈີນບໍ່ໃຫ້ການຮ່ວມມືນັ້ນ, ຫ້ອງການເລຂາຂອງ WHO ໄດ້ແກ້ຂ່າວໃນວັນທີ 15 ກຸມພານີ້, ໂດຍຢືນຢັນວ່າ, ຄວາມເວົ້າທີ່ກ່ຽວຂ້ອງບໍ່ສອດຄ່ອງກັບສະພາບຕົວຈິງ, ອົງການ WHO ຍັງພວມດຳເນີນການຄົ້ນຄວ້າກ່ຽວກັບການຊອກຫາແຫຼ່ງແພ່ເຊື້ອທີ່ກ່ຽວຂ້ອງຢູ່.


ທ່ານວ່າງເວີນປິ່ນກ່າວເນັ້ນວ່າ: ຝ່າຍຈີນສະໜັບສະໜູນແລະເຂົ້າຮ່ວມການຊອກຫາແຫຼ່ງແພ່ເຊື້ອພະຍາດຕາມຫຼັກວິທະຍາສາດໃນຂອບເຂດທົ່ວໂລກມາໂດຍຕະຫຼອດ, ມີທ່າທີ່ເປີດປະຕູ, ໂປ່ງໃສແລະຮັບຜິດຊອບຢ່າງສະເໝີຕົ້ນສະເໝີປາຍໃນບັນຫາຊອກຫາແຫຼ່ງແພ່ເຊື້ອພະຍາດ. ຝ່າຍຈີນຈະສືບຕໍ່ສະໜັບສະໜູນການຊອກຫາແຫຼ່ງແພ່ເຊື້ອພະຍາດໂຄວິດ-19 ຕາມຫຼັກວິທະຍາສາດຢູ່ທົ່ວໂລກ, ຮັກສາການແລກປ່ຽນຄວາມຄິດເຫັນແລະການຮ່ວມມືກັບ WHO. ປັດຈຸບັນ, ວົງການວິທະຍາສາດສາກົນມີຂໍ້ມູນນັບມື້ນັບຫຼາຍກວ່າເກົ່າໂດຍຊີ້ອອກວ່າ ແຫຼ່ງແພ່ເຊື້ອແມ່ນຢູ່ຂອບເຂດທົ່ວໂລກ, ເຊິ່ງໄດ້ສະແດງຄວາມລະແວງສົງໃສແລະຄວາມກັງວົນຕໍ່ຖານຊີວະພາບຮັບໃຊ້ການທະຫານທີ່ຕັ້ງຢູ່ຟອດເດຕຣິກແລະແຫ່ງອື່ນຂອງໂລກ. WHO ພ້ອມດ້ວຍໜ່ວຍງານໃຫ້ຄຳເປິກສາຂອງWHO ຄວນໃຫ້ຄວາມສຳຄັນໃນລະດັບສູງຕໍ່ຂໍ້ມູນເຫຼົ່ານີ້, ດຳເນີນການຮ່ວມມືກັບປະເທດທີ່ກ່ຽວຂ້ອງຢ່າງແທ້ຈິງ, ພ້ອມທັງແບ່ງປັນໝາກຜົນດ້ານການຄົ້ນຄວ້າກັບຝ່າຍຕ່າງໆຢ່າງທັນການ.