ທ່ານຈີມີ ຄາເທີ ອະດີດປະທານາທິບໍດີອາເມຣິກາຈະເລີ່ມຮັບການດູແລຜ່ອນຄາຍອາການພະຍາດກ່ອນເສຍຊີວິດ

2023-02-19 14:38:13 cri


ວັນທີ 18 ກຸມພານີ້, CNN ອາເມຣິກາແຈ້ງຂ່າວວ່າ, ຕາມຖະແຫຼງການສະບັບໜຶ່ງທີ່ສູນຄາເທີອາເມຣິກາປະກາດໃນມື້ດຽວກັນ, ທ່ານຈີມີ ຄາເທີ ອະດີດປະທານາທິບໍດີອາເມຣິກາຈະເລີ່ມຮັບການປິ່ນປົວຜ່ອນຄາຍອາການພະຍາດກ່ອນເສຍຊີວິດ.


ຖະແຫງການລະບຸວ່າ, ພາຍຫຼັງໄດ້ຮັບການປິ່ນປົວຢູ່ໂຮງໝໍໄລຍະຊົ່ວຄາວຫຼາຍເທື່ອແລ້ວ, ວັນທີ 18 ກຸມພານີ້, ທ່ານຈີມີ ຄາເທີ ອະດີດປະທານາທິບໍດີອາເມຣິກາຕົກລົງຊົມໃຊ້ເວລາທີ່ເຫຼືອໃນຊີວິດຮ່ວມກັບຄອບຄົວຢູ່ເຮືອນຂອງຕົນ, ແລະຈະຮັບການດູແລຜ່ອນຄາຍອາການພະຍາດກ່ອນເສຍຊີວິດ ໂດຍແທນການປິ່ນປົວພະຍາດ, ການຕົກລົງດັ່ງກ່າວໄດ້ຮັບການສະໜັບສະໜູນຈາກສະມາຊິກຄອບຄົວແລະທີມງານປິ່ນປົວຂອງທ່ານຄາເທີ. ຂ່າວແຈ້ງວ່າ, ທ່ານຄາເທີມີອາຍຸ 98 ປີໃນປີກາຍນີ້.