ທ່ານຫວາງຢີ້ກ່າວຢືນຢັນວ່າ: ເສັ້ນທາງພັດທະນາໂດຍສັນຕິບໍ່ພຽງແຕ່ເປັນໄປໄດ້ເທົ່ານັ້ນ ຍັງປະສົບຜົນສຳເລັດເປັນຢ່າງສູງຕື່ມອີກ

2023-02-19 15:09:59 cri



ວັນທີ 18 ກຸມພານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກກອມມູນິດຈີນໄດ້ກ່າວຄຳປາໄສໃນກອງປະຊຸມຄວາມໝັ້ນຄົງມິວນິກທີ່ປະເທດເຢຍລະມັນ.

ທ່ານຫວາງຢີ້ກ່າວຢືນຢັນວ່າ: ໃນທ້າຍປີ2022ຜ່ານມາ, ພັກກອມມູນິດຈີນໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວປະກາດຢ່າງເຄັ່ງຂຶມວ່າ: ບົນຂະບວນການໃໝ່ໃນຍຸກໃໝ່, ໜ້າທີ່ໃຈກາງຂອງພວກເຮົາແມ່ນຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ. ກ່ຽວກັບການທີ່ຈະສຳເລັດຂະບວນການທັນສະໄໝທີ່ມີຂະໜາດໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດນີ້ຄືແນວໃດ, ຈີນມີຄຳຕອບທີ່ຈະແຈ້ງແລະໜັກແໜ້ນຄື: ຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ.

ເມື່ອຈ້ອງເບິ່ງອະນາຄົດແລ້ວເຫັນວ່າ ສັນຕິພາບແລະການພັດທະນາແມ່ນທ່າອ່ຽງລວມທີ່ເປັນໄປຕາມກະແສຟອງຂອງຍຸກສະໄໝ ແລະເປັນຄວາມມຸ່ງມາດປາຖະໜາຂອງຄົນທັງຫຼາຍ.ມີຄົນເຊື່ອໝັ້ນໃນທັດສະນະທີ່ວ່າ“ປະເທດທີ່ເຂັ້ມແຂງຕ້ອງເປັນເຈົ້າອຳນາດ.”ເຫັນວ່າ ເມື່ອປະເທດຈີນເຂັ້ມແຂງແລ້ວຈະປະຖິ້ມສັນຕິພາບແລະການພັດທະນາ. ແຕ່ວ່າ ຈີນໄດ້ພິສູດໃຫ້ເຫັນດ້ວຍຄວາມຈິງແລ້ວວ່າ: ເສັ້ນທາງພັດທະນາໂດຍສັນຕິບໍ່ພຽງແຕ່ເປັນໄປໄດ້ເທົ່ານັ້ນ ຍັງປະສົບຜົນສຳເລັດເປັນຢ່າງສູງຕື່ມອີກ, ພວກເຮົາບໍ່ມີເຫດຜົນທີ່ຈະປະຖິ້ມ, ບໍ່ພຽງແຕ່ເທົ່ານັ້ນ ຍັງຈະກ້າວເດີນຕໍ່ໄປຢ່າງເດັດດ່ຽວໜຽວແໜ້ນກວ່າເກົ່າ ແລະສາມັກຄີກັບປະເທດຫຼາຍກວ່າເກົ່າເພື່ອພ້ອມກັນກ້າວເດີນໄປຕາມເສັ້ນທາງພັດທະນາໂດຍສັນຕິ.