ກົມການເມືອງສູນກາງພັກຄອມມູນິດຈີນຈັດກອງປະຊຸມ ຕົກລົງຈະຈັດກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ລະຫວ່າງວັນທີ 26 ຫາ 28 ກຸມພານີ້

2023-02-21 20:20:21 cri

ວັນທີ 21 ກຸມພານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມ ຕົກລົງຈະຈັດກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 26 ຫາ 28 ກຸມພານີ້ ພາຍໃຕ້ການເປັນປະທານຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ.


ກອງປະຊຸມໄດ້ຫາລືບົດລາຍງານວຽກງານຂອງກົມການເມືອງສູນກາງພັກທີ່ສະເໜີຕໍ່ຄະນະກຳມະການສູນກາງພັກຄອມມູນິດຈີນ.

ກອງປະຊຸມຍັງໄດ້ຫາລືເຖິງ “ແຜນການປະຕິຮູບອົງການພັກ ແລະ ລັດ” ແລະ ຕົກລົງວ່າ ຫຼັງຈາກດຳເນີນການປັບປຸງໂດຍອີງຕາມຄວາມເຫັນຈາກການຫາລືໃນກອງປະຊຸມຄັ້ງນີ້ແລ້ວ ຈະສະເໜີຕໍ່ກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ເພື່ອຄົ້ນຄວ້າພິຈາລະນາ.