ເຂດຊາຍແດນຈີນ-ຫວຽດນາມສຸມໃສ່ປັບປຸງທາງລົດໄຟ ເພື່ອຮ່ວມກັນຊຸກຍູ້ການຟື້ນຟູການທ່ອງທ່ຽວເຂດຊາຍແດນຄືນໃໝ່

2023-02-23 14:21:45 cri

 

    ວັນທີ 22 ກຸມພານີ້, ກອງປະຊຸມຄັ້ງທີ 14 ຂອງຄະນະກຳມະການວຽກງານຮ່ວມລະຫວ່າງເຂດກວາງຊີຈີນ ແລະ 4 ແຂວງຫວຽດນາມ ຄື: ແຂວງຮາຊ່າງ, ກວງນີ່ງ, ລາງເຊິນ ແລະແຂວງກ່າວບັ້ງ 2023 ໄດ້ຈັດຂຶ້ນ.

    ບັນດາຝ່າຍໄດ້ເຫັນດີເປັນເອກະພາບກັນວ່າ: ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງເຊື່ອມໂຍງເຂົ້າກັນ, ເຊັ່ນ: ທາງລົດໄຟ, ທາງຫຼວງລະດັບສູງ ແລະອື່ນໆ, ສຸມໃສ່ການປະສານງານຊຸກຍູ້ແຜນການກ່ຽວກັບໂຄງການຂະຫຍາຍ ແລະປັບປຸງທາງລົດໄຟນານນີງ-ຜິງຊຽງ-ດົງດັ່ງ-ຮ່າໂນ້ຍ, ເຮັດໃຫ້ຊ່ອງທາງຜ່ານດ່ານທີ່ສະດວກວ່ອງໄວສາມາດເຊື່ອມຕໍ່ກັນໂດຍໄວ, ຮ່ວມກັນຊຸກຍູ້ການທ່ອງທ່ຽວລະຫວ່າງເຂດກວາງຊີ ແລະ4ແຂວງຢູ່ເຂດຊາຍແດນຫວຽດນາມຄືນໃໝ່, ຄົ້ນຄວ້າ ແລະພັດທະນາຜະລິດຕະພັນທີ່ມີເອກະລັກພິເສດດ້ານການທ່ອງທ່ຽວເຂດຊາຍແດນ.