ປະຊາຊົນຢູ່ອ້ອມແອ້ມສະຖານທີ່ເກີດເຫດລົດໄຟອາຍພິດລັດໂອໄຮໂອອາເມລິກາຖືກບົ່ງມະຕິເປັນພະຍາດຫຼອດລົມອັກເສບ

2023-02-26 11:28:48 CRI

 

   ບໍລິສັດວິທະຍຸກະຈາຍສຽງແຫ່ງຊາດສະຫະລັດອາເມລິກາ ຫຼື NBC ໄດ້ລາຍງານຂ່າວໃນວັນທີ 25 ກຸມພານີ້ຕາມເວລາທ້ອງຖິ່ນວ່າ: ປະຊາຊົນແລະກໍາມະກອນຢູ່ອ້ອມແອ້ມສະຖານທີ່ເກີດເຫດລົດໄຟອາຍພິດທີ່ລັດໂອໄຮໂອອາເມລິກາໄດ້ຖືກບົ່ງມະຕິເປັນພະຍາດຫຼອດລົມອັກເສບແລະພະຍາດອື່ນໆ ເຊິ່ງພະນັກງານແພດໝໍສົງໄສພະຍາດເຫຼົ່ານີ້ແມ່ນມີສ່ວນກ່ຽວຂ້ອງກັບຮ່າງກາຍຄົນສໍາຜັດກັບສານເຄມີ.


   ຕາມຂ່າວແຈ້ງວ່າ, ນອກຈາກພະຍາດດ້ານລະບົບລົມຫາຍໃຈແລ້ວ, ປະຊາຊົນທ້ອງຖິ່ນຈໍານວນໜຶ່ງຍັງໄດ້ລາຍງານພົບອາການເຈັບຫົວ, ປວດຮາກ, ຜິວໜັງເປັນຕຸ່ມຄັນແລະອື່ນໆນໍາອີກ. ສູນປ້ອງກັນແລະຄວບຄຸມພະຍາດອາເມລິກາໃຫ້ຮູ້ວ່າ, ນີ້ອາດເປັນອາການທີ່ຮ່າງກາຍຄົນສໍາຜັດກັບສານເຄມີ.


   ຕາມຂ່າວແຈ້ງໃຫ້ຮູ້ວ່າ, ເຫດການລົດໄຟຕົກລາງທີ່ເກີດຂຶ້ນຢູ່ເຂດປາແລັສຕິນຕາເວັນອອກລັດໂອໄຮໂອອາເມລິກາໃນວັນທີ 3 ກຸມພານີ້ ໄດ້ເຮັດໃຫ້ສານເຄມີທີ່ເປັນພິດລວມທັງສານວິນໂຄຼຣີດ(vinyl chloride) ເກີດການຮົ່ວໄຫຼ. ເຫດການດັ່ງກ່າວໄດ້ສົ່ງຜົນເຮັດໃຫ້ມີສັດເສຍຊີວິດເກືອບ 44.000 ໂຕ, ພ້ອມທັງເຮັດໃຫ້ປະຊາຊົນທີ່ດໍາລົງຊີວິດຢູ່ອ້ອມແອ້ມສະຖານທີ່ເກີດເຫດນັ້ນເກີດມີອາການບໍ່ສະບາຍຫຼາຍຢ່າງຕື່ມອີກ.