ວັນທີ 25 ກຸມພານີ້ຕາມເວລາທ້ອງຖິ່ນ, ທ່ານ ເບເກຍ ໂບສດັກ ລັດຖະມົນຕີກະຊວງຍຸຕິທໍາຕູຣາເຄຍກ່າວວ່າ: ພາຍຫຼັງເກີດແຜ່ນດິນໄຫວແຮງຢູ່ທາງພາກໃຕ້ຂອງຕູຣາເຄຍໃນວັນທີ 6 ກຸມພານີ້, ໃນການສໍາຫຼວດທີ່ແນໃສ່ສິ່ງກໍ່ສ້າງທີ່ຖືກທໍາລາຍນັ້ນ, ພາກສ່ວນຕຸລາການຂອງຕູຣາເຄຍໄດ້ກັກຂັງ ຫຼື ອອກໝາຍຈັບຕົວຜູ້ຕ້ອງຫາຢ່າງໜ້ອຍ 184 ຄົນໃນຂໍ້ຫາມີສ່ວນກ່ຽວຂ້ອງກັບການກໍ່ສ້າງສິ່ງກໍ່ສ້າງທີ່ບໍ່ມີຄຸນນະພາບ, ໃນນັ້ນ, ມີ 79 ຄົນເປັນນັກທຸລະກິດຮັບເໝົາກໍ່ສ້າງ.
ວັນທີ 6 ກຸມພານີ້ຕາມເວລາທ້ອງຖິ່ນ, ຢູ່ພາກໃຕ້ຂອງປະເທດຕູຣາເຄຍໄດ້ເກີດແຜ່ນດິນໄຫວ 7,7 ຣິກເຕີ. ນັບມາຮອດປັດຈຸບັນນີ້, ມີສິ່ງກໍ່ສ້າງຫຼາຍກວ່າ 160.000 ຫຼັງເພພັງຫຼືຖືກທໍາລາຍຢ່າງໜັກໜ່ວງໃນເຫດແຜ່ນດິນໄຫວຄັ້ງນີ້, ມີປະຊາຊົນຫຼາຍກວ່າ 44.000 ຄົນເສຍຊີວິດ, ນອກນັ້ນຍັງມີປະຊາຊົນຫຼາຍລ້ານຄົນບໍ່ມີບ່ອນຢູ່ອາໄສ.