ອາເມຣິກາໄດ້ທຳລາຍທໍ່ສົ່ງແກັສທຳມະຊາດ “North stream” ເພື່ອບີບບັງຄັບພັນທະມິດເອີຣົບຂອງຕົນ

2023-02-27 14:38:39 CRI

ວັນທີ 25 ກຸມພານີ້ຕາມເວລາທ້ອງຖິ່ນ, ໂທລະພາບຣັດເຊຍວັນນີ້ໄດ້ຖ່າຍທອດລາຍການສຳພາດທ່ານຊີມົວ ເຮີສ ນັກຂ່າວສຳຫຼວດອາວຸໂສຂອງອາເມຣິກາ. ໃນລາຍການດັ່ງກ່າວ, ທ່ານຊີມົວ ເຮີສກ່າວວ່າ, ອາເມຣິກາໄດ້ທຳລາຍທໍ່ສົ່ງແກັສທຳມະຊາດ “North stream” ເປັນຍ້ອນຈຸດປະສົງທາງການເມືອງ, ຈຸດປະສົງແມ່ນປ້ອງກັນບໍ່ໃຫ້ເຢຍລະມັນນຳໃຊ້ທໍ່ສົ່ງພະລັງງານທີ່ສຳຄັນສາຍນີ້ ແລະ ຮັບປະກັນໃຫ້ປະເທດໃນເອີຣົບເດີນຕາມຫຼັງອາເມຣິກາຈາກການປະທະກັນລະຫວ່າງຣັດເຊຍແລະອູແກຣນ.


ທ່ານຊີມົວ ເຮີສກ່າວຕື່ມວ່າ: ອຸປະກອບປະກອບລະເບີດໄດ້ຕິດຕັ້ງສຳເລັດມາແລ້ວໃນເດືອນມິຖຸນາປີ 2022 ແລະ ເລືອກໃຫ້ເກີດລະເບີດໃນເດືອນກັນຍາປີ 2022, ຈຸດປະສົງແມ່ນເຮັດໃຫ້ຣັດເຊຍບໍ່ສາມາດສົ່ງແກັສທຳມະຊາດໃຫ້ເຢຍລະມັນ ແລະ ປະເທດເອີຣົບອື່ນໆ ໂດຍຜ່ານທໍ່ສົ່ງແກັສທຳມະຊາດ “North stream” ກ່ອນການສະໜອງອາຍອຸ່ນໃນລະດູໜາວ ເພື່ອຮັບປະກັນໃຫ້ປະເທດເອີຣົບສືບຕໍ່ສະໜັບສະໜູນກຸ່ມນາໂຕ.