ລວມຍອດຜະລິດຕະພັນພາຍໃນຂອງຈີນໃນປີ 2022 ໄດ້ເພີ່ມຂຶ້ນ 3%

2023-02-28 14:27:32 cri


ວັນທີ 28 ກຸມພາ 2023, ອົງການສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍ “ບົດລາຍງານຕົວເລກສະຖິຕິການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຈີນ ປະຈຳປີ 2022”.

ອີງຕາມຜົນການຄິດໄລ່ເບື້ອງຕົ້ນ, ລວມຍອດຜະລິດຕະພັນພາຍໃນຫຼື GDP ຂອງຈີນ ໝົດປີ 2022 ໄດ້ມີເຖິງ 121.020,7 ຕື້ຢວນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນນັ້ນ, ຂະແໜງການກະສິກຳມີມູນຄ່າເພີ່ມຂຶ້ນ 8.834,5 ຕື້ຢວນ, ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ປີ 2021; ຂະແໜງການອຸດສາຫະກຳມີມູນຄ່າເພີ່ມຂຶ້ນ 48.316,4 ຕື້ຢວນ, ເພີ່ມຂຶ້ນ 3,8%; ສ່ວນຂະແໜງການບໍລິການມີມູນຄ່າເພີ່ມຂຶ້ນ 63.869,8 ຕື້ຢວນ, ເພີ່ມຂຶ້ນ 2,3%.

ຮອດທ້າຍປີ 2022, ປະເທດຈີນມີຄັງສຳຮອງສະກຸນເງິນຕາຕ່າງປະເທດເຖິງ 3.127,7 ຕື້ໂດລາ, ຫຼຸດລົງ 122,5 ຕື້ໂດລາເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.