ລາຍໄດ້ສຸດທິສະເລ່ຍຕໍ່ຫົວຄົນຂອງປະຊາກອນຜູ້ຫຼຸດພົ້ນອອກຈາກຄວາມທຸກຍາກຢູ່ເຂດຊິນຈ່ຽງຈີນໃນປີ 2022 ບັນລຸເຖິງ 14.951 ຢວນ

2023-02-28 10:50:39 CRI

ກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວອົງການປົກຄອງເຂດປົກຄອງຕົນເອງອຸຍເກີຊິນຈ່ຽງຈີນຈັດຂຶ້ນໃນວັນທີ 27 ກຸມພານີ້ເປີດເຜີຍໃຫ້ຮູ້ວ່າ: ລາຍໄດ້ສຸດທິສະເລ່ຍຕໍ່ຫົວຄົນຂອງປະຊາກອນຜູ້ຫຼຸດພົ້ນອອກຈາກຄວາມທຸກຍາກຢູ່ເຂດຊິນຈ່ຽງຈີນໃນປີ 2022 ບັນລຸເຖິງ 14.951 ຢວນ, ເພີ່ມຂຶ້ນ 1.608 ຢວນ ເມື່ອທຽບໃສ່ປີ 2021, ສູງກວ່າລາຍໄດ້ສຸດທິສະເລ່ຍຕໍ່ຫົວຄົນຂອງປະຊາກອນຜູ້ຫຼຸດພົ້ນອອກຈາກຄວາມທຸກຍາກໃນທົ່ວປະເທດ, ເພີ່ມຂຶ້ນ 12,1% ເມື່ອທຽບໃສ່ປີ 2021 ແລະ ສູງກວ່າຈັງຫວະການເຕີບໂຕຂອງລາຍໄດ້ທີ່ສາມາດໃຊ້ຈ່າຍໄດ້ຂອງຊາວກະສິກອນເຂດປົກຄອງຕົນເອງອຸຍເກີຊິນຈ່ຽງ 5,8%.