ອະດີດນາຍົກລັດຖະມົນຕີໄທເຫັນໄປໃນແງ່ດີຕໍ່ການພັດທະນາຂອງຈີນ

2023-03-03 11:25:41 CIR

ທ່ານອະພິສິດ ເວດຊາຊີວະ ອະດີດນາຍົກລັດຖະມົນຕີໄທ ໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ເມື່ອບໍ່ດົນມານີ້ ໂດຍກ່າວວ່າ: ກອງປະ ຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື “ກອງປະຊຸມສອງສະພາ” ໃນປີນີ້ແມ່ນມີຄວາມໝາຍສຳຄັນຫຼາຍ, ນະໂຍບາຍເສດຖະກິດຂອງຈີນ ພ້ອມດ້ວຍການທີ່ຈີນຈະເຮັດແນວໃດເພື່ອຮັບມືກັບສິ່ງທ້າທາຍຈາກສະພາບການສາກົນ ແລະ ຊຸກຍູ້ກົນໄກການຮ່ວມມືທີ່ມີຫຼາຍເຄົ້າ ແມ່ນຈຸດສົນໃຈເປັນຢ່າງຍິ່ງຂອງຕົນ.

ທ່ານອະພິສິດ ເວດຊາຊີວະ ກ່າວຕື່ມວ່າ: ຈີນແມ່ນພະລັງທີ່ສຳຄັນສຳລັບການເຕີບໂຕຂອງເສດຖະກິດພາກພື້ນ, ບັນດາຝ່າຍລ້ວນແຕ່ຈະໃຫ້ຄວາມສົນໃຈເປັນຢ່າງຍິ່ງຕໍ່ການວາງແຜນກ່ຽວກັບນະໂຍບາຍເສດຖະກິດຂອງຈີນໃນໄລຍະກອງປະຊຸມສອງສະພາ. ຈີນເປັນພະລັງຂັບເຄື່ອນການເຕີບໂຕຂອງເສດຖະກິດພາກພື້ນມາໂດຍຕະຫຼອດ, ການຟື້ນຟູດ້ານການຜະລິດເສດຖະກິດຂອງຈີນ ຈະເປັນການສ້າງໂອກາດໃຫ້ແກ່ການພັດທະນາເສດຖະກິດຂອງໂລກ, ຊຸກຍູ້ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃຫ້ມີການຟື້ນຟູຕື່ມອີກ ແລະ ຈະມີບົດບາດອັນສຳຄັນຕໍ່ການຟື້ນຟູເສດຖະກິດຂອງພາກພື້ນອາຊີຕາເວັນອອກສຽງໃຕ້.

ທ່ານອະພິສິດຍັງກ່າວຕື່ມວ່າ: ການພັດທະນາຮອບໃໝ່ຂອງຈີນຈະສ້າງໂອກາດໃໝ່ໃຫ້ໂລກ ແລະ ເພີ່ມຄວາມໝັ້ນໃຈໃຫ້ແກ່ການຟື້ນຟູຢ່າງແຂງແຮງຂອງເສດຖະກິດອາຊີປາຊີຟິກ. ທ່ານຫວັງວ່າ ການພັດທະນາຢ່າງມີຄຸນນະພາບສູງຂອງຈີນຈະສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ການຮ່ວມມືລະຫວ່າງໄທ-ຈີນ.