ກອງປະຊຸມຄັ້ງປະຖົມມະເລີກຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈະຈັດກອງປະຊຸມຖະແຫຼງຂ່າວໃນເວລາ 12 ໂມງຂອງວັນທີ 4 ມີນານີ້

2023-03-03 10:55:55 cri


ເວລາ 12 ໂມງຂອງວັນທີ 4 ມີນາ 2023, ກອງປະຊຸມຄັ້ງປະຖົມມະເລີກຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ຈະຈັດກອງປະຊຸມຖະແຫຼງຂ່າວຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ. ໂຄສົກຂອງກອງປະຊຸມຈະຕອບຄຳຖາມຂອງນັກຂ່າວກ່ຽວກັບວາລະປະຊຸມ ແລະ ວຽກງານທີ່ກ່ຽວຂ້ອງຂອງກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ.

ວິທະຍຸໂທລະພາບສູນກາງຈີນຫຼື CMG ຈະຖ່າຍທອດສົດ.