RCEP ມີບົດບາດສຳຄັນຕໍ່ການພັດທະນາການຄ້າຕ່າງປະເທດຂອງຈີນ

2023-03-03 11:43:24 cri

ໃນກອງປະຊຸມຖະແຫຼງຂ່າວຂອງຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນທີ່ຈັດຂຶ້ນໃນຕອນບ່າຍວັນທີ 2 ມີນານີ້, ກະຊວງການຄ້າຈີນເປີດເຜີຍໃຫ້ຮູ້ວ່າ: ພາຍຫຼັງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການ, ກະຊວງການຄ້າຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ໂດຍໄດ້ຮ່ວມກັບ 5 ພາກສ່ວນ ພິມເຜີຍແຜ່ຄວາມເຫັນຊີ້ນຳກ່ຽວກັບການປະຕິບັດສັນຍາ RCEP ດ້ວຍຄຸນນະພາບສູງ ພ້ອມທັງຊຸກຍູ້ 30 ກວ່າແຂວງ, ເຂດປົກຄອງຕົນເອງ ແລະກຳແພງນະຄອນ ສ້າງປະສົບການທີ່ດີ ແລະການປະຕິບັດຕົວຈິງແບບມີການປະດິດສ້າງໃໝ່. ນອກນີ້, ຈີນຍັງໄດ້ດຳເນີນວຽກງານຕ່າງໆກ່ຽວກັບການພົວພັນກັບຕ່າງປະເທດ ເພື່ອຍົກສູງປະສິດທິຜົນຂອງການປະຕິບັດສັນຍາ RCEP , ຍົກຕົວຢ່າງຄື: ບາງປະເທດເຖິງວ່າໄດ້ລົງນາມໃນສັນຍາ RCEP ແລ້ວ, ແຕ່ລັດຖະສະພາຂອງປະເທດເຫຼົ່ານີ້ຍັງບໍ່ທັນໃຫ້ສັດຕະຍາບັນເທື່ອ. ຈີນໄດ້ຮ່ວມກັນທຳຄວາມພະຍາຍາມກັບປະເທດເຫຼົ່ານີ້, ປັດຈຸບັນ, ມີທັງໝົດ 15 ປະເທດໄດ້ໃຫ້ສັດຕະຍາບັນສັນຍາດັ່ງກ່າວແລ້ວ.

ໃນປີ 2022 ທີ່ຜ່ານມາ, ການສົ່ງອອກຂອງຈີນຕໍ່ປະເທດສະມາຊິກອື່ນໆຂອງ RCEP ໄດ້ເພີ່ມຂຶ້ນ 17,5%, ກວມເອົາ 27,6% ຂອງຍອດມູນຄ່າການສົ່ງອອກຂອງຈີນ, RCEP ມີບົດບາດສຳຄັນຕໍ່ການພັດທະນາການຄ້າຕ່າງປະເທດຂອງຈີນ.