ອາເມຣິກາແກ່ຍາວເວລາພາວະສຸກເສີນທີ່ພົວພັນກັບອູແກຣນອອກໄປອີກ 1 ປີ

2023-03-03 10:52:13 CRI

ເວັບໄຊທຳນຽບປະທານາທິບໍດີອາເມຣິກາລາຍງານໃນວັນທີ 1 ມີນານີ້ໃຫ້ຮູ້ວ່າ: ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ປະກາດແກ່ຍາວເວລາພາວະສຸກເສີນທີ່ພົວພັນກັບບັນຫາອູແກຣນອອກໄປອີກ 1 ປີ.


ຂ່າວລາຍງານອີກວ່າ, ວັນທີ 6 ມີນາປີ 2014, ອາເມຣິກາໄດ້ປະກາດພາວະສຸກເສີນຕາມຄຳສັ່ງບໍລິຫານເລກທີ 13660 ແລະ ໄດ້ປະກາດຄຳສັ່ງບໍລິຫານຫຼາຍເທື່ອ ເພື່ອເປີດກວ້າງຂອບເຂດພາວະສຸກເສີນຕາມມາພາຍຫຼັງຫຼາຍເທື່ອ.


ທ່ານໂຈ ໄບເດັນຊີ້ໃຫ້ເຫັນວ່າ, ການເຄື່ອນໄຫວ ແລະ ນະໂຍບາຍທີ່ກ່ຽວຂ້ອງໃນຄຳສັ່ງບໍລິຫານທີ່ກ່ຽວຂ້ອງ “ສືບຕໍ່ເປັນໄພຂົ່ມຂູ່ທີ່ບໍ່ທຳມະດາຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະ ນະໂຍບາຍການຕ່າງປະເທດຂອງອາເມຣິກາ”.